ເປີດນໍາໃຊ້ທາງຫຼວງ ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ.

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດນໍາໃຊ້ ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 11 ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ ເຊິ່ງໂຄງການກໍ່ສ້າງ ທາງເລກ 11 ມີຄວາມລວງຍາວ 104,98 ກິໂລແມັດ ແລະ ກໍ່ສ້າງທາງຊອຍແຕ່ ບ້ານໂນນສະຫວັນ ຫາ ເທດສະບານ ເມືອງຊະນະຄາມ ລວງຍາວ 16,55 ກິໂລແມັດ ເປັນໂຄງການບຸລິມະສິດຂອງລັດຖະບານ, ນອນຢູ່ໃນແຜນຍຸດທະສາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ.

ມາດຖານເຕັກນິກຂອງການອອກແບບເສັ້ນທາງສາຍຫຼັກ (ເລກ 11) ມີຄວາມຍາວ 104,98 ກິໂລແມັດ ເປັນປະເພດທາງຊັ້ນ 3 ຕາມມາດຕະຖານເຕັກນິກຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ຄວາມກວ້າງໜ້າທາງ 10 ແມັດ, ປູດ້ວຍຢາງຂົ້ວ ຄວາມໜາ 5 ຊັງຕີແມັດ, ມີ 2 ຊ່ອງຈາລະຈອນ, ກວ້າງ 3,50 ແມັດ ແລະ ບ່າທາງກວ້າງເບື້ອງລະ 1,50 ແມັດ, ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ແລະ ກໍ່ສ້າງທາງຊອຍແຕ່ບ້ານໂນນສະຫວັນ ຫາ ເທດສະບານ ເມືອງຊະນະຄາມ ຄວາມຍາວ 16,55 ກິໂລແມັດ ການອອກແບບເປັນປະເພດທາງຊັ້ນ 4 ຄວາມກວ້າງໜ້າທາງ 9 ແມັດ, ປູຢາງ 2 ຊັ້ນ, ມີ 2 ຊ່ອງຈາລະຈອນ ກວ້າງ 3,50 ແມັດ, ບ່າທາງກວ້າງເບື້ອງລະ 1 ແມັດ, ສາມາດຮັບນໍ້າໜັກໄດ້ 9,1 ໂຕນຕໍ່ເພົາ.

ໂຄງການກໍ່ສ້າງທາງເລກ 11 ໄດ້ເຊັນສັນຍາຮັບເໝົາ ຄັ້ງວັນທີ 28 ມິຖຸນາ 2019 ແລະ ເລີ່ມລົງມືກໍ່ສ້າງ ວັນທີ 1 ຕຸລາ 2019 ຊຶ່ງມີໄລຍະເວລາປະຕິບັດວຽກ 36 ເດືອນ, ຜ່ານການຈັດຕັ້ງປະຕິບັດບັນດາໜ້າວຽກກໍ່ສ້າງຂອງໂຄງການໃນໄລຍະຜ່ານມາເຫັນວ່າ ແມ່ນໄດ້ພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນການແຜ່ລະບາດຂອງພະຍາດໂຄວິດ -19, ສະພາບເສດຖະກິດມີການຜັນແປ ເຮັດໃຫ້ເກີດໄພເງິນເຟີ້, ລາຄາ ວັດສະດຸ, ນໍ້າມັນເຊື້ອໄຟ ມີການເໜັງຕີງເພິ່ມຂຶ້ນສູງ ຊຶ່ງສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ, ນອກຈາກນັ້ນ ບໍລິມາດວຽກກໍ່ສ້າງທີ່ຈັດຕັ້ງປະຕິບັດຕົວຈິງ ກໍເພິ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບກັບບໍລິມາດທີ່ປະເມີນໃນເບື້ອງຕົ້ນ ໂດຍສະເພາະແມ່ນວຽກຕັດຫີນແຂງ ແລະ ຕັດຫີນອ່ອນ ຈຶ່ງໄດ້ມີການດັດປັບເຕັກນິກການກໍ່ສ້າງຊັ້ນໜ້າທາງບາງຊ່ວງຄືນໃໝ່ ເປັນຕົ້ນຄວາມກວ້າງໜ້າທາງປູຢາງຂົ້ວ AC ຈາກ 10 ແມັດ ມາເປັນ 7,50 ແມັດ, ສ່ວນບ່າທາງເບື້ອງລະ 1,50 ແມັດ.

ທີ່ມາ: VientianeMai Newspaper.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...