Thursday, March 20, 2025

ມອບປຶ້ມ 2.000 ກວ່າເຫຼັ້ມ! ໃຫ້ກັບໂຮງຮຽນບູນປາກງ້ວາ ເມືອງເຟືອງ

ໂຄງການຫ້ອງສະໝຸດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນອີກໂຄງການໜຶ່ງທີ່ຊ່ວຍໃຫ້ຫຼາຍໆຄົນມີຄວາມຮູ້ຫຼາຍຂຶ້ນ ເຊິ່ງໃນວັນທີ 9 ກັນຍາ 2022 ທີ່ຜ່ານມາ ກໍໄດ້ສ້າງຫ້ອງສະໝຸດໃຫ້ແກ່ໂີຮງຮຽນມັດທະຍົມສຶກສາສົມບູນ ບູນປາກງ້ວາ ເມືອງເຟືອງ ແຂວງວຽງຈັນ ແລະ ບໍ່ໄດ້ມີພຽງເທົ່ານັ້ນ ຍັງໄດ້ມອບເອົາປຶ້ມຈໍານວນ 2.000 ກວ່າເຫຼັ້ມໃຫ້ຕື່ມອີກ.

ໂຄງການດັ່ງກ່າວ ເປັນໂຄງການທີ່ມີການຮ່ວມມືໂດຍບໍລິສັດ ຊານເສຍ ແລະ ບໍລິສັດໄຟຟ້ານໍ້າລີກ 1-2 ເພື່ອເປັນຊ່ອງທາງໃນການຊ່ວຍເຫຼືອການສຶກສາໃນລະດັບທ້ອງຖິ່ນ ແລະ ຍັງຊ່ວຍສ້າງອະນາຄົດໃຫ້ກັບນ້ອງໆນັກຮຽນໄດ້.

ທ່ານ ບຸນຄຳ ພະມີໄຊ ອໍານວຍການໂຮງຮຽນ ມສ ປາກງ້ວາ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໂຮງຮຽນຈະໄດ້ນຳໃຊ້ຫ້ອງສະໝຸດ ແລະ ປຶ້ມເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດ, ໂດຍຈະສົ່ງເສີມໃຫ້ນັກຮຽນຮູ້ຮັກການອ່ານ, ຮັກສາປຶ້ມເປັນຢ່າງດີ ແລະ ດຸໝັ່ນຮຽນຮູ້ຄວາມຮູ້ໃໝ່ໆຈາກປຶ້ມທີ່ມອບໃຫ້.

ຂໍ້ມູນຈາກ: CRI-FM93

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.