ສຕລ ແຈ້ງ! ບໍ່ໃຫ້ນິຕິບຸກຄົນຖ່າຍທອດສົດອອນລາຍ ການແຂ່ງຂັນ AFC U20 ຖ້າພົບຈະຖືກປັບໄໝ

ສະຫະພັນບານເຕະແຫ່ງຊາດລາວ Lao Football Federation ໄດ້ໃຫ້ຮູ້ວ່າ: ສະຖານີໂທລະພາບແຫ່ງຊາດລາວ ຊ່ອງ 3 ຈະຖ່າຍທອດສົດທຸກໆນັດທີ່ ທີມ ຊາດລາວ ລົງສະໜາມ ສາມາດຕິດຕາມການຖ່າຍທອດສົດທາງໂທລະພາບ ເທົ່ານັ້ນ (ບໍ່ມີຖ່າຍທອດສ໌ດ ທາງອອນລາຍ) ຫາກນິຕິບຸກຄົນຫຼືພາກສວ່ນໃດ ຖ່າຍທອດສົດທາງອອນລາຍໂດຍບໍ່ໄດ້ຮັບອະນຸຍາດຈາກ ສຕລ ແມ່ນຈະຖືກປັບໃໝ.

ສຳລັບມື້ນີ້, ວັນຈັນທີ 12 ກັນຍາ 2022 ເວລາ 19:00 ໂມງ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ທີມຊາດລາວ ພົບກັບ ທີມຊາດຍີ່ປຸ່ນ ໃນການແຂ່ງຂັນ AFC U20 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...