Tag: ນາຍົກ

ນາຍົກ ເຂົ້າຮ່ວມ! ພິທີມອບ-ຮັບ ສວນນໍ້າພຸຊຽງຍືນ

ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລບະ ຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບ ແລະ ປັບປຸງ ສວນນໍ້າພຸຊຽງຍືນ ໃນວັນທີ 21 ທັນວາ 2022 ທີ່ຜ່ານມາ ແລະ ໄດ້ຟັງປະຫວັດຄວາມເປັນມາໃນແຕ່ລະໄລຍະຂອງການປັບປຸງ ກ່ອນທີ່ຈະມອບໃຫ້ແກ່ລັດຖະບານ.

ນາຍົກຕ້ອນຮັບ ອາ​ສາ​ສະ​ໝັກປະ​ເທດ​ຍີ່​ປຸ່ນ ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ 2019

ປັດ​ຈຸ​ບັນ ມີ​ອາ​ສາ​ສະ​ໝັກ​ອາ​ວຸ​ໂສ ແລະ ອາ​ສາ​ສະ​ໝັກ​ໜຸ່ມ ຈຳ​ນວນ 32 ທ່ານ, ຍິງ 19 ທ່ານ ແລະ ຈະ​ມີ​ອາ​ສາ​ສະ​ໝັກ​ໜຸ່ມງວດ​ທີ 1 ປະ​ຈຳ​ ປີ 2019 ມາ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ ຈຳ​ນວນ 9 ທ່ານ, ຍິງ 6 ທ່ານ ແລະ ຈະ​ເດີນ​ທາງ​ມາ ສ​ປ​ປ ລາວ ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ນີ້ ເພື່ອ​ໄປະ​ຈຳ​ຢູ່​ຂະ​ແໜງ​ການ​ຕ່າງໆ​ ເຊັ່ນ: ສຶກ​ສາ​ທິ​ການ ແລະ ກິ​ລາ, ສາ​ທາ​ລະ​ນະ​ສຸກ,...

ນາຍົກເນັ້ນພາກສ່ວນທຸລະກິດ ແມ່ນເປັນກຳລັງແຮງທີ່ສຸດ ໃນການພັດທະນາຊົນນະບົດ

ພັກ ແລະ ລັດຖະບານ ກໍ່ໄດ້ຖືສຳຄັນ ແລະ ໃຫ້ບູລິມະສິດວຽກງານການພັດທະນາຊົນນະບົດເປັນພິເສດ ຍ້ອນສະພາບເງື່ອນໄຂຂອງຊົນນະບົດເຂດຫ່າງໄກສອກຫຼີກ ທີ່ຕ້ອງໄດ້ຮັບການພັດທະນາ, ຄືດັ່ງທີ່ຮູ້ນໍາກັນສະພາບຂອງເຂດເລົ່ານັ້ນຍັງບໍ່ທັນມີພື້ນຖານໂຄງລ່າງທີ່ຈະອຳນວຍຄວາມສະ ດວກ, ປະຊາຊົນສ່ວນຫຼາຍກໍ່ຍັງເອື່ອຍອີງທໍາມະຊາດໃນການດຳລົງຊີວິດ, ຕາໜ່າງການສຶກສາ ແລະ ສາທາ ບາງເຂດກໍ່ບໍ່ສາມາດເຂົ້າເຖິງໄດ້, ໃນກໍລະນີທີ່ເຂົ້າໄປຮອດ ຊໍ້າພັດມີຂໍ້ຈຳກັດຫຼາຍດ້ານ. ພ້ອມນີ້...

ນາຍົກບອກ ສວນກ້ວຍລາວຕ້ອງປອດສານພິດ ຫາກພົບຢາປາບສັດຕູພືດຕ້ອງຫ້າມ ໃຫ້ຈັບທັນທີ

ນາຍົກສະແດງຄວາມເປັນຫ່ວງກ່ຽວກັບສານເຄມີຈາກການປູກພືດກະສິກຳບາງຊະນິດໃນລາວອັນຈະສົ່ງຜົນເຮັດໃຫ້ດິນສົດໆທີ່ອຸດົມໄປດ້ວຍຝຸ່ນທຳມະຊາດຈະເຕັມໄປດ້ວຍສານເຄມີໂດຍສະເພາະການປູກກ້ວຍຊຶ່ງໃນຜ່ານມາທ່ານນາຍົກກໍໄດ້ຮັບຮູ້ເຖິງຄວາມອັນຕະລາຍທັງນີ້ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເຂັ້ມງວດກວດກາຫາກພົບເຫັນຢາປາບສັດຕູພືດທີ່ຕ້ອງຫ້າມມີການນຳເຂົ້າແມ່ນໃຫ້ຈັບທັນທີເພື່ອສືບຫາຜູ້ຢູ່ເບື້ອງຫຼັງກໍຄືຜູ້ອະນຸຍາດ ແລະສົມຮູ້ຮ່ວມຄິດມາດຳເນີນຄະດີຕາມລະບຽບກົດໝາຍ. ໃນກອງປະຊຸມສະພາວາລະຊີ້ແຈງຂອງລັດຖະບານເມື່ອວັນສຸກຜ່ານມາທ່ານສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງແຂວງຊຽງຂວາງໄດ້ຕັ້ງຄຳຖາມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີວ່າ: ປະຈຸບັນລັດສົ່ງເສີມການຜະລິດພືດກະສິກຳປອດສານພິດແຕ່ໃນເດືອນເມສາຜ່ານມາຢູ່ຊຽງຂວາງກວດພົບ ການນຳເຂົ້າສານເຄມີ ທີ່ຕ້ອງຫ້າມ 180 ໂຕນໃນລົດ 9 ຄັນ ແລະກໍໄດ້ຕິດຕາມກວດກາໂດຍແມ່ນທາງກົມຢູ່ກະຊວງກະສິກຳ ແລະປ່າໄມ້ເປັນຜູ້ອະນຸມັດວ່າມີຄວາມຈຳເປັນນຳ ເຂົ້າມາ ແຕ່ຖາມການນຳຢູ່ກະຊວງພັດວ່າບໍ່ຮູ້ເລື່ອງນຳໂດຍບອກວ່າຜ່ານດ່ານລາວບາວງ່າຍແຕ່ຢູ່ຊຽງຂວາງຍາກອັນນີ້ລັດຖະບານຈະມີມາດຕະການແກ້ໄຂ ເດັດຂາດຄືແນວໃດ? ຕໍ່ກັບບັນຫາດັ່ງກ່າວທ່ານ...