ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລບະ ຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບ ແລະ ປັບປຸງ ສວນນໍ້າພຸຊຽງຍືນ ໃນວັນທີ 21 ທັນວາ 2022 ທີ່ຜ່ານມາ ແລະ ໄດ້ຟັງປະຫວັດຄວາມເປັນມາໃນແຕ່ລະໄລຍະຂອງການປັບປຸງ ກ່ອນທີ່ຈະມອບໃຫ້ແກ່ລັດຖະບານ.

ສວນນໍ້າພຸຊຽງຍຶນ ແມ່ນໄດ້ຮັບປັບປຸງທັງໝົດມາ 4 ໄລຍະ ມີມູນຄ່າໃນການປັບປຸງທັງໝົດດັ່ງນີ້:

  • ໄລຍະທີ 1: ຊ່ວງປີ 2011-2015 ລົງທຶນມູນຄ່າ 1 ລ້ານໂດລາສະຫະລັດ
  • ໄລຍະທີ 2: ຊ່ວງປີ 2016-2018 ລົງທຶນມູນຄ່າ 779.543 ໂດລາສະຫະລັດ
  • ໄລຍະທີ 3: ຊ່ວງປີ 2019-2022 ລົງທຶນເພີ່ມ 127.836 ໂດລາສະຫະລັດ
  • ໄລຍະທີ 4: ປັບປຸງລ່າສຸດ ປີ 2022 ລົງທຶນມູນຄ່າ 700 ລ້ານກີບ

ຫຼັງຈາກມອບໃຫ້ລັດຖະບານ ສະຖານທີ່ດັ່ງກ່າວ ຈະກາຍເປັນບ່ອນທ່ອງທ່ຽວ, ບ່ອນຈັົດງານອີເວັ້ນ, ບ່ອນນັດພົບ, ບ່ອນອອກກຳລັງກາຍ, ບ່ອນຫຼິ້ນກິລາ ຂອງຊາວໜຸ່ມ ແລະ ອື່ນໆ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້