ນາຍົກຕ້ອນຮັບ ອາ​ສາ​ສະ​ໝັກປະ​ເທດ​ຍີ່​ປຸ່ນ ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ 2019

ປັດ​ຈຸ​ບັນ ມີ​ອາ​ສາ​ສະ​ໝັກ​ອາ​ວຸ​ໂສ ແລະ ອາ​ສາ​ສະ​ໝັກ​ໜຸ່ມ ຈຳ​ນວນ 32 ທ່ານ, ຍິງ 19 ທ່ານ ແລະ ຈະ​ມີ​ອາ​ສາ​ສະ​ໝັກ​ໜຸ່ມງວດ​ທີ 1 ປະ​ຈຳ​ ປີ 2019 ມາ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ ຈຳ​ນວນ 9 ທ່ານ, ຍິງ 6 ທ່ານ ແລະ ຈະ​ເດີນ​ທາງ​ມາ ສ​ປ​ປ ລາວ ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ນີ້ ເພື່ອ​ໄປະ​ຈຳ​ຢູ່​ຂະ​ແໜງ​ການ​ຕ່າງໆ​ ເຊັ່ນ: ສຶກ​ສາ​ທິ​ການ ແລະ ກິ​ລາ, ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ-ປ່າ​ໄມ້, ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ຂົງ​ເຂດ​ອື່ນໆ​ອີກ.

ທີ່​ນະ​ຄອ​ນ​ຫລວງວຽງ​ຈັນ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປລາວ ໄດ້​ຕ້ອ​ນ​ຮັບ​ ການ​ເຂົ້າ​ຢ້ຽ​ມ​ຂ່ຳ​ນັບ​ຂອງ ອາ​ສາ​ສະ​ໝັກປະ​ເທດ​ຍີ່​ປຸ່ນ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ສ​ປ​ປ ລາວ ປະ​ຈຳ​ປີ 2019.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ນາງ ສີ​ສົມ​ບູນ ອຸ​ນາ​ວົງ ຫົວ​ໜ້າ​ກົມ​ຮ່ວມ​ມື ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 1965 ຈົນ​ເຖິງ​ປັດ​ຈຸ​ບັນ ອົງ​ການ​ໃຈ​ກາ (JICA) ໄດ້​ສົ່ງ​ອາ​ສາ​ສະ​ໝັກ​ຫລາຍກວ່າ 1.004 ຄົນ ທີ່​ໄດ້​ມາ​ປະ​ກອບ​ສ່ວນ ໃນ​ການ​ຈັດຕັ້ງ ປະ​ຕິ​ບັດໜ້າ​ທີ່​ວຽກ​ງານຂອງ​ຕົນ ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ຂອງ ສ​ປ​ປ ລາວ ລວ​ມ​ທັງ​ຢູ່​ຂັ້​ນ​ສູນ​ກາງ, ຂັ້ນ​ແຂວງ, ​ຂັ້ນ​ເມືອງ, ຍົກ​ເວັ້ນ​ແຂວງ​ຜົ້ງ​ສາ​ລີ ແລະ ແຂວງ​ຫົວ​ພັນ ອັນ​ເນື່ອງ​ມາ​ຈາກການ​ຄົມ​ມະ​ນາ​ຄົມ​ບໍ່​ສະ​ດວກ.

ພ້ອມ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ສະແດງຄວາມຍິນດີຕ້ອນຮັບຢ່າງ​ອົບ​ອຸ່ນ ຕໍ່​ບັນ​ດາ​ອາ​ສາ​ສະ​ໝັກ​ຍີ່​ປຸ່ນ, ພ້ອມ​ທັງ ສະແດງຄວາມຂອບອົກຂອບໃຈ ຕໍ່ກັບການມາປະກອບສ່ວນ ປະຕິບັດໜ້າທີ່ຂອງຕົນຢ່າງຫ້າວຫັນ ແລະ ເອົາໃຈໃສ່ເຮັດວຽກກັບທຸກໆພາກສ່ວນທີ່ກ່ຽວຂ້ອງ ດ້ວຍຄວາມຮັບຜິດຊອບສູງ, ໂດຍສະເພາະກັບພາກສ່ວນທີ່ຕົນສັງ ກັດຢູ່.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...