Tag: ວັດທະນະທຳ

“ກີ່ແອວ” ອຸປະກອນຕ່ຳແຜ່ນແພ ພູມປັນຍາຂອງແມ່ຍິງເຜົ່າກະຕູ

“ກີ່ແອວ” ອຸປະກອນທີ່ໃຊ້ເຂົ້າໃນການຕ່ຳແຜ່ນແພ ແມ່ນເປັນການສະແດງເຖິງ ພູມປັນຍາຂອງແມ່ຍິງ ຊົນເຜົ່າກະຕູ ທີ່ມີໜ້າທີ່ຕ່ຳແຜ່ນຜ້າ ເພື່ອໃຊ້ເປັນເຄື່ອງນຸ່ງຫົ່ມ, ໂດຍການຕ່ຳແຜ່ນຜ້າຂອງແມ່ຍິງຊົນເຜົ່າກະຕູ ຈະໃຊ້ “ກີ່ແອວ” ເປັນຫຼັກ ທີ່ມີຄວາມຍາວປະມານ 4-5 ວາ, ໃຊ້ວິທີການນັ່ງຕ່ຳ ໂດຍການຢຽດຂາອອກ ແລ້ວໃຊ້ຕີນທັງສອງເບື້ອງຢັນໄມ້ໄວ້ ເຊິ່ງການໃຊ້ ກີ່ແອວ ຕ່ຳແຜ່ນແພນີ້ ແມ່ນຈະໄດ້ຜ້າແພທີ່ກວ້າງປະມານ ເຄິ່ງແມັດ.

ສວນຊຽງຄວນ ປັບປຸງສະຖານທີ່ໃໝ່ ເພື່ອດຶງດູດນັກທ່ອງທ່ຽວ.

ສວນວັດທະນະທໍາຊຽງຄວນ ທີ່ຕັ້ງຢູ່ ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ເປັນສະຖາທີ່ທ່ອງທ່ຽວດ້ານວັດທະນະທໍາ ທີ່ມີຄວາມສຳຄັນ ເຊິ່ງມີນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈໄປຢ້ຽມຢາມເປັນຈຳນວນຫຼາຍ, ໂດຍສວນແຫ່ງນີ້ ໄດ້ມີການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການປັບປຸງເສັ້ນທາງຍ່າງພາຍໃນສວນ, ສ້າງສວນສາທາລະນະ, ຮ້ານອາຫານ, ບ່ອນຫຼິ້ນເດັກນ້ອຍ, ຕູບພັກເຊົາ ແລະ ສະຖານທີ່ຈອດລົດໃຫ້ກວ້າງຂວາງ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ.

ເຜີຍປະຫວັດພຣະທາດເກົ່າແກ່ ທີ່ຕັ້ງຢູ່ດ້ານຫຼັງກະຊວງພະລັງງານ ແລະ ບໍ່ແຮ່.

ຫຼາຍທ່ານອາດຈະສົງໄສວ່າ ພຣະທາດທີ່ຕັ້ງຢູ່ດ້ານຫຼັງຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນພຣະທາດຫຍັງ ແລະ ສ້າງຂຶ້ນມາຕອນໃດ? ອີງຕາມຂໍ້ມູນຈາກ ພຣະອາຈານ ມະຫາ ດຣ ບຸນທະວີ ວິໄລຈັກ ໃຫ້ຮູ້ວ່າ ພຣະທາດອົງດັ່ງກ່າວ ເປັນພຣະທາດທີ່ບັນຈຸອັດຖິ ຂອງພຣະອໍຣະຫັນ 2 ພຣະອົງ

“ຕາແຫຼວ” ສັນຍາລັກແຫ່ງ ຈິດວິນຍານຟ້າແຖນ

“ຕາແຫຼວ” ເປັນວັດທະນະທຳແຫ່ງດິນແດນ ອຸສາຄະເນ, ຕາມຄວາມເຊື່ອຂອງຫຼາຍໆຊົນເຜົ່າໃນລາວແລ້ວ ແມ່ນເຊື່ອວ່າ ເປັນສັນຍາລັກແຫ່ງ ຈິດວິນຍານຂອງຟ້າແຖນ ທີ່ເອີ້ນວ່າ “ຂວັນ” ມີຮູບຮ່າງຕ່າງໆ ບໍ່ວ່າຈະເປັນ ວົງມົນມີແຊກອ້ອມ, ເປັນຂົດວົງມົນກົ້ນຫອຍ, ສາມຫຼ່ຽມ, ສີ່ຫຼ່ຽມ, ຫ້າຫຼ່ຽມ, ຫົກຫຼ່ຽມ ໄປຈົນເຖິງ ແປດຫຼ່ຽມ.

“ການຟ້ອນແຄນ” ສິລະປະພື້ນເມືອງຂອງຊົນເຜົ່າມົ້ງ

"ການຟ້ອນແຄນ" ຖືວ່າເປັນສິລະປະພື້ນເມືອງ ທີ່ມີຄວາມມ່ວນຊື່ນ ແລະ ເປັນເອກະລັກທາງວັດທະນະທຳ ຍອດນິຍົມຂອງຊົນເຜົ່າມົ້ງ, ເປັນສິລະປະ ທີ່ມີການຂະຫຍາຍຕົວດ້ວຍຫົວຄິດປະດິດສ້າງຂອງໝໍແຄນເຜົ່າມົ້ງ ແຕ່ລະຄົນ, ແຕ່ລະກຸ່ມ ເຊິ່ງ ປັດຈຸບັນ ບາງບ່ອນກໍບອກວ່າ: ການເຕັ້ນແຄນມີ 33 ແບບ, ແຕ່ຕົວຈິງແລ້ວ ແບບເຕັ້ນແຄນ ໄດ້ມີການພັດທະນາຢູ່ເລື້ອຍໆ

“ຊົນເຜົ່າຫໍ້” ຮີດຄອງປະເພນີ, ຄວາມເຊື່ອ ແລະ ວັດທະນະທຳ.

ຊົນເຜົ່າຫໍ້ ແມ່ນຊົນເຜົ່າໜຶ່ງ ທີ່ຂຶ້ນກັບວົງຄະນະຍາດແຫ່ງຊາດລາວ ແລະ ຈະອາໄສຢູ່ທາງພາກເໜືອຂອງປະເທດລາວ ໂດຍສະເພາະແມ່ນ ແຂວງ ອຸດົມໄຊ. ເຊິ່ງພວກເຂົາມີພາສາປາກເວົ້າ ແລະ ມີຕົວໜັງສືຂຽນເປັນຂອງໂຕເອງ ໂດຍຊົນເຜົ່າຫໍ້ ຍັງຮັກສາຄວາມເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.