Friday, April 18, 2025

“ກີ່ແອວ” ອຸປະກອນຕ່ຳແຜ່ນແພ ພູມປັນຍາຂອງແມ່ຍິງເຜົ່າກະຕູ

“ກີ່ແອວ” ອຸປະກອນທີ່ໃຊ້ເຂົ້າໃນການຕ່ຳແຜ່ນແພ ແມ່ນເປັນການສະແດງເຖິງ ພູມປັນຍາຂອງແມ່ຍິງ ຊົນເຜົ່າກະຕູ ທີ່ມີໜ້າທີ່ຕ່ຳແຜ່ນຜ້າ ເພື່ອໃຊ້ເປັນເຄື່ອງນຸ່ງຫົ່ມ, ໂດຍການຕ່ຳແຜ່ນຜ້າຂອງແມ່ຍິງຊົນເຜົ່າກະຕູ ຈະໃຊ້ “ກີ່ແອວ” ເປັນຫຼັກ ທີ່ມີຄວາມຍາວປະມານ 4-5 ວາ, ໃຊ້ວິທີການນັ່ງຕ່ຳ ໂດຍການຢຽດຂາອອກ ແລ້ວໃຊ້ຕີນທັງສອງເບື້ອງຢັນໄມ້ໄວ້ ເຊິ່ງການໃຊ້ ກີ່ແອວ ຕ່ຳແຜ່ນແພນີ້ ແມ່ນຈະໄດ້ຜ້າແພທີ່ກວ້າງປະມານ ເຄິ່ງແມັດ.

ການໃຊ້ “ກີ່ແອວ” ສຳລັບແມ່ນຍິງຊົນເຜົ່າກະຕູ ແມ່ນຖືວ່າມີຄວາມສະດວກສະບາຍ ແລະ ສາມາດເກັບມ້ຽນ, ພົກພາໄດ້ສະດວກ ເນື້ອຜ້າທີ່ໄດ້ຈາກການຕ່ຳຈະໜາ ແລະ ຫຍາບ ເນື່ອງຈາກຜະລິດດ້ວຍມື, ສີທີ່ໃຊ້ຍ້ອມໄດ້ຈາກທຳມະຊາດ.

ສຳລັບ ລວດລາຍຂອງຜືນຜ້າ ຈະເປັນລາຍລີ້ວນ້ອຍ ແລະ ໃຫຍ່ ສະຫຼັບສີກັນ, ແຕ່ສ່ວນທີ່ເປັນຈຸດເດັ່ນ ຂອງການຕ່ຳຜ້າ ຄືການປັກລູກປັດສີຂາວ ລົງໄປໃນເສັ້ນໄໝເປັນລວດລາຍຢ່າງເປັນລະບຽບ, ຜ້າທີ່ຕ່ຳແບບນີ້ ຈະໃຊ້ມາເປັນສິ້ນນຸ່ງ ຫຼື ຕີນສິ້ນ, ການຕ່ຳຜ້າດ້ວຍ “ກີ່ແອວ” ອາດໃຊ້ເວລາດົນກວ່າຈະໄດ້ແຕ່ລະຜືນ ເພາະເປັນງານສີມື ແລະ ຖືເປັນງານສິລະປະ ທີ່ລະອຽດອ່ອນ ແລະ ມີຄຸນຄ່າທາງຈິດໃຈເມື່ອໄດ້ເປັນເຈົ້າຂອງ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.