ໜາວນີ້ ໄປກາງເຕັ້ນຊົມວິວ ທີ່ ດອຍກາວ ກັນບໍ່! 

ດອຍກາວ ເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງເມືອງ ໄຊສະຖານ, ແຂວງ ໄຊຍະບູລີ ທີ່ສາມາດດຶງດູດ ນັກທ່ອງທ່ຽວ ມາທ່ຽວຊົມໄດ້ ໂດຍສະເພາະແມ່ນໃນລະດູໜາວຈະມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມຫຼາຍກວ່າລະດູອື່ນໆ ເນື່ອງຈາກວ່າມີອາກາດດີ, ມີທະເລໝອກໃຫ້ຊົມ, ໄດ້ສຳພັດກັບອາກາດໜາວເຢັນ, ຊົມຕາເວັນຂຶ້ນໃນຕອນເຊົ້າ ແລະ ຊົມຕາເວັນຕົກໃນຕອນຄ້ອຍຄ່ຳຍາມແລງ.

ພາບຈາກ: Len Land Bounthai
ພາບຈາກ: Len Land Bounthai
ພາບຈາກ: Len Land Bounthai
ພາບຈາກ: Len Land Bounthai

ນອກຈາກ ຈະມີອາກາດ ແລະ ທຳມະຊາດ ເປັນຈຸດດຶງດູດໃຫ້ນັກທ່ອງທ່ຽວ ປັດຈຸບັນ ທາງເມືອງ ໄຊສະຖານ ຍັງໄດ້ມີການປັບ ປຸງ ກໍ່ສ້າງເຮືອນຍາວ ທີ່ເປັນເອກະລັກ ຂອງເຜົ່າໄປຣ ທີ່ໄດ້ອາໄສຢູ່ດອຍກາວແຫ່ງນີ້, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ ວັດທະນະທຳຊົນເຜົ່າດັ່ງກ່າວ ແລະ ຍັງໄດ້ສ້າງຫ້ອງນ້ຳ, ປຸກຕູບນ້ອຍ, ສ້າງສາລາພັກຜ່ອນ ໄວ້ໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາ ທ່ຽວຊົມດອຍກາວອີກດ້ວຍ.

ພາບຈາກ: Len Land Bounthai

ສຳລັບການເດີນທາງ ຈາກເມືອງພຽງ ໄປຫາ ດອຍກາວ, ເມືອງ ໄຊສະຖານ ແມ່ນຕ້ອງຜ່ານເທດສະບານແຂວງ ໄຊຍະບູລີ ໄປທາງທິດເໜືອ ໄລຍະທາງ 95 ກິໂລແມັດ, ໃຊ້ເວລາ 3 ຊົ່ວໂມງ (ສຳລັບລົດຈັກ) ສ່ວນລົດໃຫຍ່ອາດຈະໃຊ້ເວລາ ດົນກວ່າເລັກນ້ອຍ.

ພາບຈາກ: Len Land Bounthai

ເຖິງແມ່ນວ່າການເດີນທາງຈະຍາວໄກ ແຕ່ຕະຫຼອດການເດີນທາງ ທ່ານຈະໄດ້ສຳຜັດກັບທິວທັດທຳມະຊາດທີ່ສວຍງາມ, ສ່ວນນັກທ່ອງທ່ຽວທ່ານໃດທີ່ມັກຄວາມຕື່ນເຕັ້ນ, ມັກທຳມະຊາດ, ວິຖີຊີວິດແບບພື້ນບ້ານ ຕ້ອງລອງໄປສຳຜັດ ແລະ ສູດອາກາດບໍລິສຸດ ທີ່ ດອຍກາວ ກັນແລ້ວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...