Sunday, May 19, 2024
Lenovo

Tag: ເສດຖະກິດ

ສູນສະຖິຕິຄາດ! ລາຄາສິນຄ້າລາຄາສິນຄ້າຍັງມີແນວໂນ້ມສູງຂຶ້ນ.

ສູນສະຖິຕິແຫ່ງຊາດ ໄດ້ຄາດການໄວ້ວ່າ ໃນຕໍ່ໜ້າສະພາບລາຄາສິນຄ້າ ຍັງມີຄວາມທ້າທາຍທີ່ຈະເພີ່ມຂຶ້ນ ເນື່ອງຈາກຫຼາຍປັດໄຈ ທັງຄວາມສາມາດໃນການແຊກແຊງອັດຕາແລກປ່ຽນ, ການຜະລິດພາຍໃນ ທີ່ຍັງບໍ່ເຂັ້ມແຂງ ແລະ ປັດໄຈພາຍນອກອື່ນໆ.

ລາວ ຂາດດຸນການຄ້າຕໍ່ເນື່ອງ 5 ເດືອນຕິດ! ໃນເດືອນ ສິງຫາ ຂາດດຸນການຄ້າເຖິງ 166 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນເດືອນ ສິງຫາ 2022 ທີ່ຜ່ານມານີ້ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຢູ່ປະເທດລາວ ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ.

ລັດຖະບານ ຈະຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົົມຢູ່ທ້ອງຖີ່ນຮາກຖານ

ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະແຕ່ປີ 2016-2021ສາມາດສຳເລັດໄດ້ຫຼາຍດ້ານບໍ່ວ່າຈະເປັນ ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ວຽກງານກໍ່ສ້າງຮາກຖານ ແລະ ປັບປຸງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ໃນສອງເດືອນຜ່ານມາ ສປປ ລາວ ຍັງຂາດດຸນການຄ້າ

ໃນເດືອນ ມິຖຸນາ  ແລະ ເດືອນ ກໍລະກົດ 2022 ທີ່ຜ່ານມານີ້ ສປປ ລາວ ມີມູນຄ່າການສົ່ງອອກປະມານ 883 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າມີປະມານ 1.130 ລ້ານໂດລາ ສະຫະລັດ ເຊິ່ງຂາດດຸນການຄ້າໄປປະມານ 247 ລ້ານ ໂດລາສະຫະລັດ.

ອັບເດດລາຄາສິນຄ້າ ບາງປະເພດສະບຽງອາຫານ

ສະພາບລາຄາສິນຄ້າບາງປະເພດສະບຽງອາຫານ (ເຂົ້າສານໜຽວປະເພດ1, ເຂົ້າສານຈ້າວປະເພດ1, ຊີ້ນງົວປະເພດ1ຊີ້ນກ້ອນ,ຊີ້ນໝູປະເພດ1ຊີ້ນກ້ອນ, ໄກ່ລາດ(ຄົວແລ້ວ), ປານິນ(ປາກະຊັງ), ໄຂ່ໄກ່ເບີ0) ແລະ ແກ໊ສຫຸງຕົ້ມ ໃນ 4 ເມືອງຂອງນະຄອນຫລວງວຽງຈັນ

ກຽມຟັງຜົນສະຫຼຸບ! ໃນການແກ້ບັນຫາເງິນຕາ ແລະ ເສດຖະກິດຕ່າງໆ ໃນກອງປະຊຸມສະໄໝສາມັນເທື່ອທີ 3

ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານນາງ ປິ່ງຄໍາ ລາຊະສີມາ ຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເຖິງການກະກຽມຈັດກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງຈະຈັດຂຶ້ນ ແຕ່ວັນທີ 13 ມິຖຸນາ 2022 ຫາວັນທີ 8 ກໍລະກົດ 2022 ເຊິ່ງໃຊ້ເວລາດໍາເນີນກອງປະຊຸມທັງໝົດ 20 ວັນ.

ເຈົ້າພົບບັນຫາຫຍັງແດ່? ກັບການໃຊ້ຊີວິດ ໃນເສດຖະກິດແບບນີ້.

ປັດຈຸບັນ ບັນຫາທາງດ້ານເສດຖະກິດຢູ່ໃນ ສປປ ລາວ ໄດ້ສົ່ງຜົນກະທົບໃຫ້ກັບປະຊາຊົນ ຫຼາກຫຼາຍອາຊີບ ຈາກລາຍຮັບທີ່ມີຊ່ຳເກົ່າ ແຕ່ລາຍຈ່າຍຊ້ຳພັດສູງຂຶ້ນກວ່າເກົ່າ ເຊິ່ງຈາກຜົນກະທົບດັ່ງກ່າວນັ້ນ ເຮັດໃຫ້ພວກເຂົາເຫຼົ່ານັ້ນຈຳເປັນຕ້ອງໄດ້ມີການປັບຕົວ ແລະ ຫາວິທີຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ.

ຂະແໜງພະລັງງານ ແລະບໍ່ແຮ່ ຕົວຂັບເຂື່ອນສຳຄັນຂອງເສດຖະກິດ ປີແລ້ວສ້າງລາຍຮັບເຂົ້າງົບ 2,6 ພັນຕື້ກີບ

ຂະແໜງພະລັງງານ ແລະບໍ່ແຮ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງລວມຍອດມູນຄ່າການຜະລິດ ໃນປີ 2018 ບັນລຸ 28.247 ຕຶື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 11%, ຊຶ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເຖິງ 316,3 ລ້ານໂດລາສະຫະລັດ ຫຼື ປະມານ 2.688...

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!