Tag: VietJet

Vietjet ຍັງຄົງສືບຕໍ່ຮັກສາໄຊຊະນະ ຈາກການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ປະຈຳປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 28 ສິງຫາ 2024) – Vietjet ໄດ້ຮັບກຽດອີກຄັ້ງໜຶ່ງໃນການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ໃນປີ 2024 ໂດຍວາລະສານ Forbes ຂອງຫວຽດນາມ, ເຊິ່ງລວມມີວິສາຫະກິດຊັ້ນນໍາໃນຂະແໜງການຕ່າງໆ ໃນບັນຊີລາຍຊື່ປະຈຳປີທີ່ສະແດງໃຫ້ເຫັນບັນດາວິສາຫະກິດຊັ້ນນຳໃນຕະຫຼາດຫຼັກຊັບຂອງປະເທດ.

VietJet ສະເຫຼີມສະຫຼອງຜູ້ໂດຍສານຄົບ 200 ລ້ານຄົນ ພ້ອມກັບໂປຣໂມຊັນສ່ວນຫຼຸດ 20% ໃນໜື່ງເດືອນທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2024) - Vietjet ກໍາລັງສະເຫຼີມສະຫຼອງວັນສຳຄັນທີ່ມີຜູ້ໂດຍສານຄົບ 200 ລ້ານຄົນ ໂດຍການເປີດຕົວໂປຣໂມຊັນພິເສດຕະຫຼອດ 01 ເດືອນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ກັນຍາ 2024, ນັກທ່ອງທ່ຽວສາມາດຮັບສ່ວນຫຼຸດ 20% (ຕາມເງື່ອນໄຂ ແລະ ຂໍ້ກໍານົດ) ໃນເສັ້ນທາງນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ແລະ ທຸກຖ້ຽວບິນໃນເຄືອຂ່າຍຂອງ Vietjet ໂດຍໃຊ້ລະຫັດໂປຣໂມຊັນ VJ200 ເມື່ອຈອງຜ່ານທາງ www.vietjetair.com ຫຼື ແອັບມືຖື Vietjet Air.

VietJetນຳ​ເອົາ​ເທດສະການງານ “Joyful Elephant” ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນມອບ​ໃຫ້​ຜູ້​ໂດຍ​ສານ​ຢູ່​ໃນນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ນະ​ຄອນ​ໂຮ່​ຈິີມິນ

(ນະຄອນຫຼວງວຽງຈັນ, ວັນທີ 14 ສິງຫາ 2024) - VietJet ໄດ້ສືບຕໍ່ຍົກລະດັບປະສົບການຂອງລູກຄ້າຢ່າງຕໍ່ເນື່ອງດ້ວຍການເປີດຕົວໄກ້ນໍາທ່ຽວສະເໝືອນຈິງ “Joyful Elephant” (ຊ້າງທີ່ມີຄວາມສຸກ) ເພື່ອເປັນການສະແດງຕ້ອນຮັບຜູ້ໂດຍສານໃນຖ້ຽວບິນຂອງຕົນ ເຊິ່ງກົງກັບພິທີສະເຫຼີມສະຫຼອງ 200 ລ້ານຜູ້ໂດຍສານຂອງຕົນ.

VietJet ຈະ​ໄດ້​ຮັບ​ເຮືອບິນລຳ​ໃໝ່​ເຖິງ 10 ລຳ​ໃນ​ທ້າຍ​ປີ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 09 ສິງຫາ 2024) - ໃນຊ່ວງເວລາທີ່ຕະຫຼາດການບິນທົ່ວໂລກທີ່ປະສົບກັບບັນຫາການຂາດແຄນ ແລະ ຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນ, VietJet ຄາດວ່າຈະຮັບມອບເຮືອບິນໃໝ່ເຖິງ 10 ລຳໃນທ້າຍປີ 2024. ການຂະຫຍາຍຕົວນີ້ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບສາຍການບິນທີ່ທັນສະໄໝຂອງສາຍການບິນໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາ ແລະ ຊ່ວຍຍົກລະດັບປະສົບການ ການເດີນທາງຂອງຜູ້ໂດຍສານໃນເຄືອຂ່າຍເສັ້ນທາງທີ່ກວ້າງຂວາງ ລວມທັງການບໍລິການຢູ່ລາວ.

VietJet ເປີດຕົວສ່ວນຫຼຸດຊັ້ນທຸລະກິດ ແລະ Sky Boss ພ້ອມກັບຂໍ້ສະເໜີພິເສດກັບ Double Day

(ນະຄອນຫຼວງວຽງຈັນ, ວັນທີ 08 ສິງຫາ 2024) - VietJet ມອບຂໍ້ສະເໜີສຸດພິເສດສຳລັບນັກທ່ອງທ່ຽວທີ່ຈະເດີນທາງແບບມີສະໄຕລ໌ດ້ວຍສ່ວນຫຼຸດສູງສຸດເຖິງ 30% ສຳລັບການຈອງຊັ້ນທຸລະກິດ ແລະ Sky Boss (ບໍ່ລວມພາສີ ແລະ ຄ່າທຳນຽມ, ເປັນໄປຕາມເງື່ອນໄຂ ແລະ ຂໍ້ກຳນົດ).

Vietjet ​ສະຫຼອງທີ່​ມີ​ຜູ້​ໂດຍສານຄົບ 200 ລ້ານ​ຄົນ ​ແລະ ປະກາດ​ເສັ້ນທາງ Da Nang – Ahmedabad.

(ນະຄອນຫຼວງວຽງຈັນ, ວັນທີ 05 ສິງຫາ 2024) - Vietjet ໄດ້ຈັດພິທີສະເຫຼີມສະຫຼອງຄັ້ງສຳຄັນ ໂດຍຕ້ອນຮັບຜູ້ໂດຍສານທີ່ບັນລຸເຖິງ 200 ລ້ານຄົນ, ເຊິ່ງເປັນຂີດໝາຍຄວາມສຳເລັດໃນການເດີນທາງເຊື່ອມຕໍ່ທາງອາກາດລະຫວ່າງ ຫວຽດນາມ ແລະ ທົ່ວໂລກ.

Vietjet ລາຍງານຜົນການປະກອບການທີ່ເກີນຄາດໄວ້ ດ້ວຍຜົນກຳໄລເຄິ່ງປີທຳອິດຂອງປີ 2024 ຢູ່ທີ່ 21% ເກີນລະດັບຄາດໝາຍ

(ນະຄອນຫຼວງວຽງຈັນ, ວັນທີ 01 ສິງຫາ 2024) - ບໍລິສັດການບິນ Vietjet (HOSE: VJC) ໄດ້ອອກຖະແຫຼງການການເງິນໃນໄລຍະເຄິ່ງຕົ້ນປີ 2024 (H1/2024) ໂດຍລາຍງານເປັນບັນທຶກການເຕີບໂຕຂອງລາຍຮັບ.

VietJetໄດ້ຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຢູ່ງານວາງສະແດງການບິນສາກົນ Farnborough 2024

(ນະຄອນຫຼວງວຽງຈັນ, ວັນທີ 29 ກໍລະກົດ 2024) - ຫຼັງຈາກສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳທີ່ງານ Farnborough International Airshow ປີ 2024 ແລ້ວ VietJet ໄດ້ລົງນາມໃນຂໍ້ຕົກລົງສຳຄັນກັບ Rolls-Royce ແລະ Lufthansa Technik  ຜູ້ນຳລະດັບໂລກໃນດ້ານການບິນ ແລະ ວິສະວະກຳ.