Tag: ລັດຖະບານ

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ການທ່ອງທ່ຽວແມ່ນຂະແໜງການທີ່ມີຕ່ອງໂສ້ການບໍລິການທີ່ກວ້າງຂວາງ ກວມເອົາຫຼາຍຂະແໜງການທີ່ຕິດພັນກັບການບໍລິການ ທັງໂດຍທາງກົງ ແລະ ທາງອ້ອມ ບັນດາກິດຈະການທີ່ປິ່ນອ້ອມເຫລົ່ານັ້ນ ໄດ້ດຶງດູດແຮງງານທັງທາງກົງ ແລະ ທາງອ້ອມຈໍານວນຫລາຍ ເປັນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທ້ອງຖິ່ນປະກອບສ່ວນລົບລ້າງຄວາມທຸກຍາກ

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ຫ້ອງການສາທາລະນະສຸກເມືອງໃໝ່ໄດ້ເປີດພິທີວັນສັກວັກຊິນແຫ່ງຊາດໃຫ້ວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່່ກຸ່ມເປົ້າໝາຍເດັກອາຍຸແຕ່ 6 ປີ ຫາ 11 ປີ ຢູ່ທີ່ໂຮງຮຽນປະຖົມສົມບູນນໍ້າງາເມືອງໃໝ່ ແຂວງ ຜົ້ງສາລີ ໂດຍພາຍໃຕ້ການເຂົ້າຮວ່ມຂອງທ່ານ ດຣ ສົມພອນ ກົມມາລາ ຫົວໜ້າຫ້ອງການສາທາລະນະສຸກເມືອງໃໝ່

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ບັນດານັກທຸລະກິດລາວ ແລະ ກຸ່ມນັກທຸລະກິດຕ່າງປະເທດ ຢູ່ສປປ ລາວ ໄດ້ລວມກັນຈັດເວທີສົນທະນາ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນທຸລະກິດ ເນັ້ນໃສ່ການຂັບເຄື່ອນການຟື້ນຕົວ ທາງດ້ານເສດຖະກິດ ຈາກຜົນກະທົບຂອງການລະບາດຂອງເຊື້ອພະຍາດໂຄວິດ-19.

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ວາ​ລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດໂດຍ​ຫຍໍ້ຕໍ່​ກອງ​ປະ​ຊຸມ​ສະ​ໄໝວິ​ສາ​ມັນ​ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ IX

ລັດຖະບານ ເນັ້ນໜັກທ້ອງຖິ່ນຕ້ອງເປັນເຈົ້າການກວດກາ ແລະຄຸ້ມຄອງເຄມີສວນກ້ວຍ

ລັດຖະບານລະບຸວ່າປະຈຸບັນບໍ່ໄດ້ຫ້າມເລື່ອງການປູກກ້ວຍໃນລາວແຕ່ກ່ອນປູກຕ້ອງໄດ້ຮັບອະນຸຍາດຈາກລັດຄັກແນ່ແລະຕ້ອງປູກແບບປອດສານພິດເປັນມິດກັບທຳມະ ຊາດເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມລວມທັງຄົນ ແລະສັດທັງນີ້ໄດ້ມອບໃຫ້ແຕ່ລະະທ້ອງຖີ່ນເປັນເຈົ້າການໃນການກວດກາ ແລະ ຄຸ້ມຄອງການນຳໃຊ້ສານເຄມີໃນສວຍກ້ວຍຂອບເຂດທົ່ວປະເທດ. ໜື່ງໃນຫຼາຍບັນຫາທີ່ຍົກຂຶ້ນມາຫາລືໃນກອງປະຊຸມລັດຖະບານເປີດກ້ວງທີ່ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ກໍແມ່ນການກວດກາ ແລະຄຸ້ມຄອງການປູກກ້ວຍໃນລາວໂດຍຜົນກອງປະຊຸມລະບຸວ່າ: ປະຊາຊົນລາວປູກກ້ວຍມາແຕ່ດົນນານລັດຖະບານບໍ່ໄດ້ຫ້າມການປູກກ້ວຍ, ແຕ່ຕ້ອງສົ່ງເສີມການປູກແບບປອດສານພິດ ແລະເປັນມິດກັບທຳມະຊາດເພື່ອເປັນສິນຄ້າສົ່ງອອກຕ່າງປະເທດທັງນີ້ກອງປະຊຸມມອບໃຫ້ເຈົ້າຖິ່ນຕ່າງໆ ເປັນເຈົ້າການໃນການສືບຕໍ່ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງໂຄງການປູກກ້ວຍທີ່ໄດ້ຮັບການອານຸຍາດແລ້ວໃຫ້ຫັນມາປູກແບບປອດສານພິດ, ໃຫ້ນຳມາໃຊ້ຝຸ່ນຫຼືປຸ໋ຍຊີວະພາບພ້ອມບໍ່ໃຫ້ໃຊ້ສານເຄມີທີ່ເປັນອັນຕະ ລາຍໃນກໍລະນີກວດເຫັນການກະທໍາຜິດແມ່ນໃຫ້ຢຸດຕິ ແລະ ແກ້ໄຂບັນຫາຢ່າງທັນການ. ສຳລັບໂຄງການທີ່ຈະລົງທືນໃໝ່ໃຫ້ປະກອບບົດວິພາກເສດຖະກິດ-ເຕັກນິກຕາມລະບຽບການການລົງທຶນ...

ບຸກຄົນແບບຢ່າງ! ທ່ານ ກຸ ສຸວັນນະເມທີ ປະທານສານປະຊາຊົນສູງສຸດ ຄົນທໍາອິດ ແຫ່ງລັດຖະບານ ສປປ ລາວ 1975

ທ່ານ ກຸ ສຸວັນນະເມທີ ລັດຖະມົນຕີກະຊວງຍຸຕິທຳ ຄົນທຳອິດ ຂອງ ສປປ ລາວ ນອກຈາກທ່ານຈະຊີ້ນຳກະຊວງຍຸຕິທຳແລ້ວຍັງໄດ້ຮັບຄວາມໄວ້ວາງໃຈຈາກ ຄະນະປະຈຳສະພາປະຊາຊົນສູງສຸດຊຸດທີ 1 (ສະພາແຫ່ງຊາດ) ແຕ່ງຕັ້ງໃຫ້ທ່ານເປັນ ປະທານສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ອີກດ້ວຍ. ດັ່ງທີ່ຮູ້ແລ້ວວ່າ...

ລັດຖະບານຈະສູ້ຊົນ ເຮັດໃຫ້ GDP ປີ 2020 ເຕີບໂຕສະເລ່ຍ 6,7-7%

ລັດຖະບານຈະສືບຕໍ່ສູ້ຊົນ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື (GDP) ປີ 2020 ເຕີບໂຕສະເລ່ຍ 6,7-7% ໃນທ່າມກາງທີ່ສະພາບພາຍໃນ ເສດຖະກິດມະຫາພາກ ອາດຈະຍັງສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ຍັງອ່ອນໄຫວ. ເພື່ອສູ້ຊົນໃຫ້ໄດ້ຕາມແຜນ 5 ປີ ເຫັນວ່າແຜນປີ 2020 ເປັນແຜນທີ່ຈະຕ້ອງໄດ້ບຸກບືນສູຊົນ...

4 ເດືອນຜ່ານມາ ລັດຖະບານເກັບລາຍຮັບໄດ້ 6,3 ພັນຕື້ກີບ

ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ 4 ເດືອນ ຕົ້ນປີນີ້ສາມາດປະຕິບັດໄດ້ທັງໝົດ 6.320 ຕື້ກີບ ເທົ່າກັບ 24% ຂອງແຜນ ການປີ ແລະລາຍຈ່າຍແມ່ນ 6.668 ຕື້ກີບ ເທົ່າກັບ 19,9% ຊຶ່ງຄາດວ່າເມື່ອຮອດເຄິ່ງປີທົ່ວປະເທດຈະສາມາດຈັດເກັບລາຍຮັບໄດ້ປະມານ 12.965 ຕື້ກີບ...