Tag: ສາຍການບິນ

Vietjet ເພີ່ມຖ້ຽວບິນຈາກນະຄອນຫຼວງວຽງຈັນ ແລະ ທົ່ວອາຊີ ພ້ອມກັບໂປຣໂມຊັນດີໆສຸດພິເສດ

(ນະຄອນຫຼວງວຽງຈັນ, 9 ຕຸລາ 2024) – ສາຍການບິນ Vietjet ​ເສີມ​ຂະຫຍາຍ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ​ໃນ​ການ​ຊຸກຍູ້​ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ​ລາວ ​ແລະ ຫວຽດນາມ ໂດຍ​ການ​ເພີ່ມ​ຄວາມ​ຖີ່​ຂອງ​ຖ້ຽວບິນ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເມືອງ​ທີ່ໃຫຍ່ທີ່ສຸດຂອງ​ຫວຽດນາມ.

VietJet ແລະ Honeywell ໄດ້ແລກປ່ຽນຂໍ້ຕົກລົງເພື່ອເປັນ​ເຄື່ອງໝາຍ​ສຳ​ຄັນ ​ສຳ​ລັບ​ການ​ບິນ​ສີຂຽວ ແລະ ຄວາມສະ​ອາດ

(ນະຄອນຫຼວງວຽງຈັນ, ວັນທີ 25 ກັນຍາ 2024) - ສາຍການບິນ VietJet (HOSE: VJC) ແລະ ບໍລິສັດ Honeywell Aerospace Technologies ຂອງສະຫະລັດອາເມລິກາໄດ້ແລກປ່ຽນຂໍ້ຕົກລົງ ເພື່ອສະໜອງອຸປະກອນອີເລັກໂທຣນິກ ແລະ ການບໍລິການດ້ານເຕັກນິກການບິນໃຫ້ແກ່ VietJet ທີ່ທັນສະໄໝ ແລະ ປະຢັດນ້ຳມັນ. ການແລກປ່ຽນຄັ້ງນີ້​ໄດ້​ດຳ​ເນີນຂຶ້ນ​​​ໂດຍທ່ານ​ To Lam ເລ​ຂາ​ທິ​ການ​ໃຫຍ່​ພັກ​​​ ແລະ ປະ​ທານ​ປະ​ເທດຫວຽດນາມໃນ​ການ​ຢ້ຽມ​ຢາມທີ່ສະຫະລັດອາເມລິກາ.

Vietjet ຫຼຸດຄ່າໂດຍສານລະດັບ Deluxe ເຖິງ 50% ສຳລັບຖ້ຽວບິນທົ່ວພາກພື້ນອາຊີ-ປາຊີຟິກ

(ນະຄອນຫຼວງວຽງຈັນ, ວັນທີ 23 ກັນຍາ 2024) – ໃນຊ່ວງນີ້ນັກທ່ອງທ່ຽວສາມາດວາງແຜນການເດີນທາງທີ່ໜ້າຕື່ນເຕັ້ນໄດ້ແລ້ວ ເນື່ອງຈາກ VietJet ໄດ້ອອກໂປຣໂມຊັນປີ້ຍົນລະດັບ Deluxe ໂດຍມອບສ່ວນຫຼຸດສູງສຸດເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນທຸກເຄືອຂ່າຍຖ້ຽວບິນທັງໝົດຂອງ VietJet ທົ່ວປະເທດຫວຽດນາມ ແລະ ພາກພື້ນອາຊີປາຊີຟິກ ໄລຍະເວລາທີ່ຈອງ ແລະ ມື້ເດີນທາງແມ່ນເລີ່ມຕັ້ງແຕ່ມື້ນີ້ຈົນຮອດ ວັນທີ 20 ພະຈິກ 2024.

VietJet ສະເໜີໂປຣໂມຊັ່ນສຸດປະຢັດຕອ້ນຮັບລະດູໃບໄມ້ຫຼົ່ນທີ່ບໍ່ເຄີຍມີມາກ່ອນ

(ນະຄອນຫຼວງວຽງຈັນ ວັນທີ 13 ກັນຍາ 2024) VietJet ເປີດຕົວແຄມເປນລະດູໃບໄມ້ປົ່ງໃໝ່, ສະເໜີໃຫ້ນັກທ່ອງທ່ຽວຊາວລາວ ມີໂອກາດປະຢັດຫຼາຍໃນຖ້ຽວບິນຫຼາຍຂຶ້ນ ກຽມພ້ອມທີ່ຈະເຂົ້າສູ່ການພະຈົນໄພຄັ້ງຕໍ່ໄປຂອງທ່ານດ້ວຍປີ້ Eco-class ສອງລ້ານປີ້ເລີ່ມຕົ້ນພຽງແຕ່ 0LAK ພ້ອມກັບສ່ວນຫຼຸດສູງສຸດ 30% ສໍາລັບປີ້ຊັ້ນທຸລະກິດ ແລະ Sky Boss.

ຜົນປະກອບການດ້ານການເງິນ H1/2024 ຂອງ VietJet ສະແດງໃຫ້ເຫັນລາຍຮັບ ແລະ ຜົນກຳໄລທີ່ເພີ່ມຂຶ້ນ ທ່າມກາງການຂະຫຍາຍຕົວຢ່າງໄວວາ

(ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2024) - ບໍລິສັດຫ້າງຫຸ້ນສ່ວນການບິນ VietJet (HOSE: VJC) ໄດ້ອອກຖະແຫຼງການກວດກາການເງິນ ເຄິ່ງປີທຳອິດຂອງປີ 2024 (H1/2024) ລາຍງານຜົນລາຍຮັບ ແລະ ກຳໄລເພີ່ມຂຶ້ນຢ່າງເຕີບໃຫຍ່ເມື່ອທຽບໃສ່ປີຕໍ່ປີ (YoY).

Vietjet ຍັງຄົງສືບຕໍ່ຮັກສາໄຊຊະນະ ຈາກການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ປະຈຳປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 28 ສິງຫາ 2024) – Vietjet ໄດ້ຮັບກຽດອີກຄັ້ງໜຶ່ງໃນການເປັນໜຶ່ງໃນ 50 ບໍລິສັດຈົດທະບຽນອັນດັບຕົ້ນໆຂອງຫວຽດນາມ ໃນປີ 2024 ໂດຍວາລະສານ Forbes ຂອງຫວຽດນາມ, ເຊິ່ງລວມມີວິສາຫະກິດຊັ້ນນໍາໃນຂະແໜງການຕ່າງໆ ໃນບັນຊີລາຍຊື່ປະຈຳປີທີ່ສະແດງໃຫ້ເຫັນບັນດາວິສາຫະກິດຊັ້ນນຳໃນຕະຫຼາດຫຼັກຊັບຂອງປະເທດ.

VietJet ສະເຫຼີມສະຫຼອງຜູ້ໂດຍສານຄົບ 200 ລ້ານຄົນ ພ້ອມກັບໂປຣໂມຊັນສ່ວນຫຼຸດ 20% ໃນໜື່ງເດືອນທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 22 ສິງຫາ 2024) - Vietjet ກໍາລັງສະເຫຼີມສະຫຼອງວັນສຳຄັນທີ່ມີຜູ້ໂດຍສານຄົບ 200 ລ້ານຄົນ ໂດຍການເປີດຕົວໂປຣໂມຊັນພິເສດຕະຫຼອດ 01 ເດືອນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ກັນຍາ 2024, ນັກທ່ອງທ່ຽວສາມາດຮັບສ່ວນຫຼຸດ 20% (ຕາມເງື່ອນໄຂ ແລະ ຂໍ້ກໍານົດ) ໃນເສັ້ນທາງນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ແລະ ທຸກຖ້ຽວບິນໃນເຄືອຂ່າຍຂອງ Vietjet ໂດຍໃຊ້ລະຫັດໂປຣໂມຊັນ VJ200 ເມື່ອຈອງຜ່ານທາງ www.vietjetair.com ຫຼື ແອັບມືຖື Vietjet Air.

VietJetນຳ​ເອົາ​ເທດສະການງານ “Joyful Elephant” ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນມອບ​ໃຫ້​ຜູ້​ໂດຍ​ສານ​ຢູ່​ໃນນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ນະ​ຄອນ​ໂຮ່​ຈິີມິນ

(ນະຄອນຫຼວງວຽງຈັນ, ວັນທີ 14 ສິງຫາ 2024) - VietJet ໄດ້ສືບຕໍ່ຍົກລະດັບປະສົບການຂອງລູກຄ້າຢ່າງຕໍ່ເນື່ອງດ້ວຍການເປີດຕົວໄກ້ນໍາທ່ຽວສະເໝືອນຈິງ “Joyful Elephant” (ຊ້າງທີ່ມີຄວາມສຸກ) ເພື່ອເປັນການສະແດງຕ້ອນຮັບຜູ້ໂດຍສານໃນຖ້ຽວບິນຂອງຕົນ ເຊິ່ງກົງກັບພິທີສະເຫຼີມສະຫຼອງ 200 ລ້ານຜູ້ໂດຍສານຂອງຕົນ.