Tag: ອັດຕະປື

ອັດຕະປື ຮຽກຮ້ອງ! ໃຫ້ປະຊາຊົນລະວັງພະຍຸໄຕ້ຝຸ່ນ ໂນຣູ ແລະ ການລະບາຍນໍ້າເຂື່ອນ.

ທ່ານ. ວິທະຍາ ພົມມະຈັນ ຫົວຫນ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ໄດ້ລາຍງານສະພາບການກັກເກັບນໍ້າ ແລະ ການລະບາຍນໍ້າຈາກເຂື່ອນຢູ່ພາຍໃນແຂວງ ອັດຕະປື ທີ່ກໍາລັງຮັບຜົນກະທົບຈາກການພັດຜ່ານຂອງພະຍຸໄຕ້ຝຸ່ນ ໂນຣູ ເຊິ່ງເຮັດໃຫ້ມີຝົກຕົກຫນັກ,ລົມພັດແຮງ ແລະ ນໍ້າໄຫລຊຸ ສ້າງຄວາມເສຍຫາຍພໍສົມຄວນ.

6 ເດືອນ ອັດຕະປື ມີນັກທ່ອງທ່ຽວເຂົ້າມາພຽງ 24 ພັນກວ່າຄົນ

ໃນໄລຍະ 6 ດືອນຕົ້ນປີ 2022 ນີ້ ຢູ່ແຂວງ ອັດຕະປື ໄດ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວທັງໝົດ 24.265 ຄົນ, ເຊິ່ງຈໍານວນດັ່ງກ່າວແມ່ນລ້ວນແຕ່ແມ່ນນັກທ່ອງທ່ຽວພາຍໃນປະເທດທັງໝົດ, ເມື່ອທຽບໃສ່ແຜນການປີແລ້ວບັນລຸໄດ້ພຽງ 26,96% ແລະ ສາມາດກະຈາຍລາຍໄດ້ຈາກການທ່ອງທ່ຽວໄດ້ທັງໝົດ 8,57 ຕື້ກີບ, ເມື່ອທຽບໃສ່ແຜນການແລ້ວບັນລຸໄດ້ 26,51% .

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ໃນໄລຍະ 5 ປີ ນັບແຕ່ປີ 2021-2025, ແຂວງອັດຕະປື​ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື​ GDP ເພີ່ມຂຶ້ນສະເລ່ຍ 7,5-8% ຕໍ່ປີ, ດ້ວຍການສ້າງມູນຄ່າເພີ່ມ ໃຫ້ໄດ້ 4.201,86 ຕື້ກີບ, ຄາດຄະເນພົນລະເມືອງ ມີ 177.819 ຄົນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ການນຳ ພະແນກສຶກສາທິການ ແລະກິລາແຂວງ ( ສກຂ) ອັດຕະປື ເນັ້ນໃຫ້ພະນັກງານສະມາຊິກພັກຂະແໜງການສຶກສາ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດມາດຕະການ 2 ວາລະແຫ່ງຊາດ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ຢູ່ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ AFC HOUSE ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີການຈັບສະຫຼາກການແຂ່ງຂັນເຕະບານຍິງ ຊີງແຊ໋ມອາຊີ 2022 ຮອບຄັດເລືອກ

ອັດຕະປື ຊຸກຍູ້ໃຫ້ປະຊາຊົນຫັນໃສ່ການປູກອ້ອຍໃຫ້ຫລາຍຂຶ້ນ

ພາຍຫລັງທີ່ ບໍລິສັດນໍ້າຕານອ້ອຍ TTC ແຂວງອັດຕະປື ໄດ້ລົງເຜີຍແຜ່ຄວາມເຂົ້າໃຈ ກ່ຽວກັບນະໂຍບາຍ ແລະ ວິທີການປູກອ້ອຍ ໃຫ້ປະຊາຊົນຜູ້ປະສົບໄພຢູ່ ເມືອງສະໜາມໄຊ ກ່ຽວກັບການນະໂຍບາຍຕ່າງໆຂອງບໍລິສັດ ນ້ຳຕານອ້ອຍ TTC ຕາມແຜນໂຄງການ 2+3 ໃນການຮ່ວມມື ຜະລິດກະສິກຳລະຫວ່າງ...