Monday, April 21, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 26 ມິຖຸນາ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ເຕະບານຍິງຊີງແຊ໋ມອາຊີ 2022 ຮອບຄັດເລືອກ ທີມ​ຊາດ​ລາວ ຖືກຈັດຢູ່ກຸ່ມ A

ຢູ່ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ AFC HOUSE ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໄດ້ມີການຈັບສະຫຼາກການແຂ່ງຂັນເຕະບານຍິງ ຊີງແຊ໋ມອາຊີ 2022 ຮອບຄັດເລືອກ

​ສໍາລັບ ຜົນການຈັບສະຫຼາກການແຂ່ງຂັນຮອບຄັດ ເລືອກ ດັ່ງກ່າວ ໄດ້ແບ່ງອອກ 8 ກຸ່ມ ດັ່ງນີ້: ກຸ່ມ A ປະກອບມີ: ໄຕ້ຫວັນ (ເຈົ້າພາບ), ລາວ, ບາເຣນ ແລະ  ເຕີກເມນິດສະຖານ; ກຸ່ມ B: ຫວຽດນາມ (ເຈົ້າພາບ), ທາຈິກິສະຖານ, ມັນດິບ ແລະ ອັບການິສະຖານ…ອ່ານຕໍ່

ກົມຄວບຄຸມພະຍາດຕິດຕໍ່ ຮຽກຮ້ອງປ້ອງກັນ ແລະທຳລາຍແຫຼ່ງເພາະພັນຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ນັບແຕ່ວັນທີ 26 ທັນວາ 2020-20 ມີຖຸນາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວທັງໝົດ 428 ກໍລະນີ ໃນ ຂອບເຂດທົ່ວປະເທດ ແຕ່ບໍ່ມີຜູ້ເສຍຊີວິດ

ກົມຄວບຄຸມພະຍາດຕິດຕໍ່ ຍັງໄດ້ແນະນຳ ແລະຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະອຳນາດການປົກຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນ້ຳຍຸງລາຍ…ອ່ານຕໍ່

ວັກຊິນ 3 ຊະນິດທີ່ໃຊ້ໃນລາວ ແມ່ນບໍ່ມີອັນຕະລາຍ

ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກ ສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້​ອອກ​ມາ​ຊີ້​ແຈງ​ວ່າ: ການສັກຢາວັກຊີນປ້ອງກັນພະ​ຍາດໂຄວິດ-19 ແມ່ນ​ສັກ​ເພື່ອ​ສ້າງ​ພູມ​ຕ້ານ​ທານ​ ສ້າງພູມຄຸ້ມກັນ ໃຫ້ແກ່ຮ່າງກາຍຂອງຄົນເຮົາແຂງແຮງຂຶ້ນຕື່ມ ໝາຍ​ຄວາມ​ວ່າສັກ​ເພື່ອ​ບໍ່​ໃຫ້​​ຕິດ​ເຊື້ອ​ພະ​ຍາດໂຄວິດ-19 ໄດ້​ງ່າຍກວ່າ​ຄົນ​ປົກ​ກະ​ຕິ​ທີ່​ບໍ່​ໄດ້​ສັກ

ທ່ານ ດ​ຣ. ບຸນ​ທະ​ວີ ຍັງໄດ້ບອກໃຫ້​ຮູ້​ຕື່ມ​ວ່າ: ວັກຊີນ​ທີ່​ສັກ​ຢູ່ ນະ​ຄອນ​ຫຼວງວຽງ​ຈັນ ​ປະ​ກອບ​ມີ 3 ຊະນິດຄື: ຊີໂນຟາມ (Sinopharm), ແອັສຕຣາຊີເນກາ (AstraZeneca) ແລະ ໄຟເຊີ (Pfizer) ຊຶ່ງ​ຢາ 3 ຊະ​ນິດ​ດັ່ງ​ກ່າວທີ່ນໍາມາສັກໃຫ້ພໍ່ແມ່ປະຊາຊົນ ແມ່ນມີຄຸນນະພາບສູງ ແລະ ບໍ່ໄດ້ເປັນອັນຕະລາຍຕໍ່ຮ່າງກາຍ…ອ່ານຕໍ່

ອັດຕະປື ເຂັ້ມງວດກວດຄົນເຂົ້າ-ອອກ ໃຜລະເມີດຈະຖືກດຳເນີນຄະດີ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແຂວງອັດຕະປື ໄດ້ອອກແຈ້ງການສະບັບເລກທີ 140/ຄສກ, ລົງວັນທີ 21 ມິຖຸນາ 2021 ຊຶ່ງມີເນື້ອໃນສໍາຄັນລະບຸໄວ້ ວ່າ: ຫ້າມທຸກອົງການຈັດຕັ້ງ ບຸກຄົນ ຫຼື ນິຕິບຸກຄົນ ນຳເອົາຄົນຕ່າງແຂວງ ຄົນຕ່າງປະເທດເຂົ້າມາ ແຂວງອັດຕະປື ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດຂັ້ນແຂວງຢ່າງເດັດຂາດ

ບຸກຄົນໃດທີ່ລັກລອບເຂົ້າ-ອອກ ໄປຕ່າງແຂວງ ໄປຕ່າງປະເທດ ພ້ອມດ້ວຍຜູ້ສົມຮູ້ຮ່ວມຄິດ ທີ່ເອື້ອອຳນວຍຄວາມສະດວກ ຈະດ້ວຍຮູບການໃດກໍ່ຕາມ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ຈະໄດ້ນຳມາດຳເນີນຄະດີ ຕາມກົດໝາຍທີ່ກຳນົດໄວ້, ແຂວງທີ່ບໍ່ມີການຕິດເຊື້ອ ແມ່ນສາມາດເດີນທາງເຂົ້າ-ອອກໄດ້ ແຕ່ຕ້ອງໄດ້ຮັບການສັກວັກຊິນ 2 ເຂັມຂຶ້ນໄປ…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.