ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 25 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄຳມ່ວນ ຈະພັດທະນາແຫຼ່ງທ່ອງທ່ຽວ ຈາກພື້ນທີ່ຮ່ອງຮອຍສົງຄາມທຳລາຍ ຢູ່ເມືອງບົວລະພາ

ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກຳນົດເອົາເຂດພື້ນທີ່ຂອງຮ່ອງຮອຍສົງຄາມທຳລາຍ ພັດທະນາເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ເຊິ່ງຮ່ອງຮອຍສົງຄາມທຳລາຍ ຢູ່ເມືອງບົວລະພາ ແມ່ນມີຄວາມໂດດເດັ່ນທາງດ້ານປະຫວັດສາດ ມີທິວທັດທີ່ສວຍງາມ, ໃນບໍລິເວນອ້ອມຂ້າງແມ່ນມີພູຜາສູງຊັນຫຼາຍຮູບຫຼາຍສີສັນ, ມີສາຍນ້ຳ, ຫາດຊາຍ ແລະ ມີແກ້ງນ້ຳໄຫຼຕະຫຼອດປີ

ໃນຈຸດທີ່ເປັນຮ່ອງຮອຍຂອງສົງຄາມທຳລາຍແມ່ນມີວັງນ້ຳ ແລະ ມີປ່າໄມ້ທີ່ເກີດຂຶ້ນໃໝ່ຢັ່ງຢາຍຢູ່ອ້ອມຂ້າງທີ່ມີຄວາມສວຍງາມ ແລະ ມີຄວາມ ເໝາະສົມທີ່ຈະພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາແຂວງຄຳມ່ວນ ໃຫ້ຫຼາຍຂຶ້ນ…ອ່ານຕໍ່

ຫົວໜ້າພະແນກ ຖວທ ແຂວງຄຳມ່ວນ ລົງຊຸກຍູ້ແຫຼ່ງທ່ອງທ່ຽວໃໝ່ຢູ່ເມືອງບົວລະພາ

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງບົວລະພາ ລົງຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດການທ່ອງທ່ຽວ ໃຫ້ມີການປັບປຸງທາງດ້ານສະຖານທີ່ທ່ອງທ່ຽວ, ສ້າງກິດຈະກໍາທີ່ມີຄວາມຫຼາກຫຼາຍ ແລະ ປັບປຸງທາງດ້ານຂອດການບໍລິການໃຫ້ດີຂຶ້ນ ເພື່ອສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ

ໂອກາດດຽວກັນທ່ານຫົວໜ້າ ພະແນກ ຖວທ ແຂວງ ພ້ອມດ້ວຍການນໍາຂັ້ນເມືອງ ຍັງໄດ້ລົງຕິດຕາມ, ກວດກາ ຈຸດທີ່ຈະພັດທະນາເປັນແຫຼ່ງ ທ່ອງທ່ຽວ ແຫ່ງໃໝ່ຢູ່ພາຍໃນເມືອງບົວລະພາຕື່ມອີກ…ອ່ານຕໍ່

ສສ ຫວຽດນາມ ມອບເງິນ 730 ລ້ານດົ່ງ ໃຫ້ແຂວງຈໍາປາສັກ ເຂົ້າໃນວຽກງານສະກັດກັ້ນ ແລະປ້ອງກັນໂຄວິດ-19

ແຂວງບິ່ງເຢືອງ ແລະ ແຂວງດົ່ງທາບ ສສ ຫວຽດນາມ ມອບເງິນ 730 ລ້ານດົ່ງ ໃຫ້ແກ່ ແຂວງຈໍາປາສັກ ທີ່ດ່ານສາກົນພູເກືອ ແຂວງອັດຕະປື. ແຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອ ຈາກ ແຂວງບິ່ງເຢືອງ ຈໍານວນ 680 ລ້ານດົ່ງ ແລະ ຈາກ ແຂວງດົ່ງທາບ ຈໍານວນ 50 ລ້ານດົ່ງ

ໂອກາດນີ້, ທ່ານ ວັນນະສັກ ຊາດຕະກຸນ ຕາງໜ້າໃຫ້ອົງການປົກຄອງແຂວງຈຳປາສັກ ໄດ້ກ່າວສະແດງຄວາມຂອບໃຈ ຜ່ານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈິມິນ, ສສ ຫວຽດນາມ ເຖິງ ແຂວງບິ່ງເຢືອງ ແລະ ແຂວງດົ່ງທາບ ທີ່ມອບເງິນຊ່ວຍເຫຼືອເຂົ້າໃນການສະກັດກັ້ນ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

2 ໜ່ວຍພັກ ພະແນກ ຖວທ ໄດ້ຢັ້ງຢືນເປັນໜ່ວຍພັກປອດໃສເຂັ້ມແຂງໜັ້ກແໜ້ນ

ໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ແລະໜ່ວຍພັກວັດທະນະທໍາ-ທ່ອງທ່ຽວ ທີ່ຂຶ້ນກັບຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງໄດ້ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2020

ປະຈຸບັນທົ່ວແຂວງເຊກອງມີບ້ານທີ່ມີລະບົບໂທລະໂຄ່ງ 91 ບ້ານກວມເອົາ 46,19% ຂອງບ້ານທັງໝົດ, ມີສະຖານີໂທລະພາບ (ລະບົບພາກພື້ນດິນ) 1 ແຫ່ງ, ສະຖານີວິທະຍຸ 4 ແຫ່ງ, ໄດ້ປັບປຸງ ແລະພັດທະນາສື່ອອນລາຍຂອງແຂວງເປັນຕົ້ນແມ່ນເວບໄຊ໌, ເຟສບຸກ ທີ່ເປັນສືແບບໃໝ່ສາມາດເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະກວ້າງຂວາງ…ອ່ານຕໍ່

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...