Friday, July 11, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 28 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຮອງເຈົ້າແຂວງ ລົງມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ແຂວງໄຊຍະບູລີ

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ໜູເກນ ພັນລັກ ວ່າການຫົວໜ້າພະແນກ ຮສສ ແຂວງ ພ້ອມຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກມາມອບໃຫ້ກັບຜູ້ປະຊົບໄພພິບັດຢູ່ເມືອງເງິນ, ເມືອງ ຫົງສາແລະ ເມືອງ ໄຊສະຖານ

ໂດຍເຄື່ອງຊ່ວຍເຫຼືອບັນເທົາທຸກປະກອບມີ: ນໍ້າດື່ມ, ເຂົ້າສານ-ອາຫານແຫ້ງ, ເຄື່ອງນຸ່ງ-ຮົ່ມ ແລະ ເຄື່ອງໃຊ້ເຮືອນຄົວ, ເຊິ່ງຜົນເສຍຫາຍຈາກໄພພິບັດຄັ້ງນີ້ ລວມມູນຄ່າເສຍຫາຍຫຼາຍກວ່າ 300 ລ້ານ…ອ່ານຕໍ່

ສາທາລະນະສຸກເມືອງຈໍາພອນລົງແນະນໍາດ້ານວຽກງານສຸຂະອະນາໄມ ໃຫ້ກັບປະຊາຊົນໃນຈໍານວນ 30 ບ້ານເປົ້າໝາຍ

ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຜັນຂະຫຍາຍວຽກງານຊຸມຊົນເປັນເຈົ້າການ ດ້ານສຸຂະອະນາໄມ ແລະ ເຊັນຮັບຮອງຄາດໝາຍສູ້ຊົນ ບ້ານຢຸດຕິການຖ່າຍຊະຊາຍໃນ 30 ບ້ານເປົ້າໝາຍຂອງເມືອງຈໍາພອນ

ພະແນກສາທາລະນະສຸກແຂວງຍັງໄດ້ສະເໜີສະພາບລວມຂອງໂຄງການສົ່ງເສີມສຸຂະອະນາໄມແບບຢືນຍົງລະຫວ່າງ ພະແນກສາທາລະນະສຸກແຂວງສະຫັວນະເຂດ ແລະ ອົງການນໍ້າສະອາດ ແລະ ເຮັດສຸຂະສຶກສາໃນຊຸມຊົນ (SNV) ປະຈໍາລາວ, ເພື່ອເຜີຍແຜ່ກິດຈະກໍາຫຼັກຂອງໂຄງການສົ່ງເສີມສຸຂະອະນາໄມແບບຢືນຍົງ ໃຫ້ກັບບ້ານເປົ້າໝາຍເກົ່າ ແລະ ໃໝ່…ອ່ານຕໍ່

ໄຟຟ້າຫົງສາຈຳກັດ ແລະ ແຂວງໄຊຍະບູລີ ຫາລືກ່ຽວກັບນໍາຄົນເຂົ້າມາສ້ອມບໍາລຸງໂຮງໄຟຟ້າ

ບໍລິສັດ ໄຟຟ້າຫົງສາ ໄດ້ຂຶ້ນລາຍງານກ່ຽວກັບການວາງແຜນທີ່ນໍາເອົາຄົນງານວິຊາການເຂົ້າມາສ້ອມບໍາລຸງໂຮງໄຟຟ້າ ສໍາລັບແຜນການທີ່ຈະນໍາເຂົ້າມາສ້ອມບໍາລຸງໂຮງໄຟຟ້າຫົງສາ ແມ່ນມີຈໍານວນ 930 ຄົນ

ຊຶ່ງຍັງໄດ້ປຶກສາຫາລື ແລະ ວາງແຜນຮ່ວມກັນເປັນຕົ້ນແມ່ນ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ກະກຽມສະຖານທີ່ກັກຕົວ, ສະຖານທີ່ເກັບຕົວຢ່າງ, ໄດ້ຈັດຮອບການເດີນທາງເພື່ອປ້ອງກັນການລວມກຸ່ມ…ອ່ານຕໍ່

ມອບ-ຮັບ ໂຄງການການກໍ່ສ້າງເສັ້ນທາງເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ

ການກໍ່ສ້າງແມ່ນສຳເລັດຕາມຄາດໝາຍ ໂຄງການກໍ່ສ້າງເສັ້ນທາງແຕ່ແຍກທາງເລກ 9 ບ້ານດົງ ຫາ ບ້ານສະແລນ ໄດ້ກໍ່ສ້າງສຳເລັດ 100% ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກປະເທດເຢຍລະມັນທັງໝົດ 85% ແລະ ທຶນສົມທົບຂອງລັດຖະບານລາວ 15%

ນອກນັ້ນ, ທາງໂຄງການຍັງໄດ້ກໍ່ສ້າງທາງເຂົ້າໂຮງຮຽນ, ເຮືອນຄົວ ແລະສ້ອມແປງຫຼັງຄາໂຮງຮຽນປະຖົມຕື່ມອີກ3 ແຫ່ງ ໂດຍແມ່ນບໍລິສັດPMS ກໍ່ສ້າງຂົວທາງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ…ອ່ານຕໍ່

7 ໜ່ວຍພັກ ພະແນກສາທາລະນະສຸກແຂວງສາລະວັນ ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ

ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊື່ງຕ້ອງໄດ້ຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດໃນແຕ່ລະດ້ານ ເຊັ່ນ: ທິດທາງແຜນການຂອງໜ່ວຍພັກຕົນກໍານົດໄວ້ ແລະ ໄດ້ປະເມີນນຳພາດ້ານຄຸນທາດການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ, ດ້ານປະຕິບັດໜ້າທີ່ການເມືອງ ໄດ້ເປັນຢ່າງດີ

7 ໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນມີຄື: ໜ່ວຍພັກຫ້ອງການບໍລິຫານພະແນກສາທາ, ໜ່ວຍພັກອະນາໄມ ແລະ ສົ່ງເສີມສຸຂະພາບອາຫານ ແລະ ຢາ, ໜ່ວຍພັກກັນພະຍາດ ຄວບຄຸມພະຍາດຕິດຕໍ່, ໜ່ວຍພັກຫ້ອງການບໍລິຫານໂຮງໝໍແຂວງ, ໜ່ວຍພັກປິ່ນປົວພາຍໃນໂຮງໝໍແຂວງ, ໜ່ວຍພັກປິ່ນປົວພາຍນອກໂຮງໝໍ ແລະ ໜ່ວຍພັກສູນອົບຮົມ ຮສຂ (ໂຮງຮຽນແພດ)…ອ່ານຕໍ່

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.