Friday, April 18, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 29 ມິຖຸນາ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເມືອງທຸລະຄົມເປີດການຮຽນການສອນ ສືບຕໍ່ເປີດການສອບເສັງຈົບຊັ້ນໃຫ້ສຳເລັດ

ການເປີດບັ້ນສອບເສັງຂຶ້ນໃນເທື່ອນີ້ ເພື່ອປະຕິບັດໃຫ້ໄດ້ຕາມຫລັກສູດການຮຽນ-ການສອນ ຂອງຫ້ອງການສຶກສາທິການ ແລະ ກິລາເມືອງທຸລະຄົມ ຍົກສູງຄວາມຮັບຜິດຊອບຂອງຕົນ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເປັນເຈົ້າການ

ທ່ານ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ, ເລຂາພັກ, ເຈົ້າເມືອງທຸລະຄົມ ໄດ້ເປັນກຽດເຂົ້າຮ່ວມເປັນປະທານພິທີເປີດການສອບເສັງຢູ່ທີ່ໂຮງຮຽນປະຖົມ ບ້ານນາຫວ້າ, ສ່ວນອີກ 7 ສູນສອບເສັງແມ່ນໄດ້ມອບໝາຍໃຫ້ຄະນະນໍາເມືອງ ແລະພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ຜົນການສອບເສັງບັນລຸຜົນສໍາເລັດຕາມຄາດໝາຍວາງໄວ້…ອ່ານຕໍ່

ຄະນະສະເພາະກິດເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫຼືອເຂົ້າໃນວຽກງານ ຈາກອົງການແພລນສາກົນ ປະຈຳລາວ

ຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງຫ້ວຍຊາຍ ໄດ້ຮັບເຈວລ້າງມື ຂະໜາດ 500 ml 107 ກອງ, ຜ້າປິດປາກ 214 ກັບ, ເຄື່ອງວັດແທກອຸນຫະພູມ 20 ເຄື່ອງ, ລວມມູນຄ່າທັງໝົດ 10 ລ້ານກວ່າກີບ ຈາກອົງການແພລນສາກົນ ປະຈຳແຂວງບໍ່ແກ້ວ

ອຸປະກອນທີ່ຮັບມາຄັ້ງນີ້ ສ່ວນໜຶ່ງແມ່ນນຳໃຊ້ເຂົ້າໃນສູນກັກບໍລິເວນ ເພື່ອເຮັດໃຫ້ແຮງງານທີ່ກັບມາຈາກຕ່າງແຂວງ, ຕ່າງເມືອງ ແລະ ຕ່າງປະເທດໄດ້ເຂົ້າມາກັກກັ່ນຢູ່ສູນກັກກັນປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຫ້ວຍຊາຍໃຫ້ເກີດປະໂຫຍດສູງສຸດ..ອ່ານຕໍ່

ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເປີດການສອບເສັງຈົບຊັ້ນປະຖົມປີທີ 5

ໃນທົ່ວເມືອງມີຈໍານວນໂຮງຮຽນທັງໝົດ 57 ແຫ່ງມີສູນສອບເສັງແບ່ງເປັນ 7ສູນຄື: ໂຮງຮຽນແກ້ງເກຍ,ໂຮງຮຽນແກ້ງຍາວ,ໂຮງຮຽນປະຖົມບາຈຽງ,ໂຮງຮຽນປະຖົມໄຊຊະນະ,ໂຮງຮຽນປະຖົມຕາກິດ,ໂຮງຮຽນປະຖົມຫົວແຊແລະໂຮງຮຽນປະຖົມຫົວລືສີມີຈໍານວນນັກສອບເສັງທັງໝົດ 1.033 ຄົນ

ສໍາລັບການສອບເສັງແມ່ນມີຫົວບົດທີ່ນໍາມາສອບເສັງໃນຄັ້ງນີ້ມີ 3 ວິຊາຄື: ວິຊາພາສາລາວຫັດແຕ່ງ+ພາລາລາວຂຽນທວາຍ,ຄະນິດສາດ ແລະ ໂລກອ້ອມຕົວ…ອ່ານຕໍ່

ປກສ ເມືອງປາກຊັນ ໄດ້ມ້າງຄະດີກຸ່ມແກ້ງລັກລົດຈັກ

ທາງໜ່ວຍງານຄະດີອາຍາເສດຖະກິດ ປກສ ເມືອງປາກຊັນ ໄດ້ຮັບແຈ້ງຄວາມວ່າມີຜູ້ລັກລົດ ຈາກການຕິດຕາມກໍ່ໄດ້ຈັບກຸ່ມແກ້ງໄດ້ 5 ຄົນ ພ້ອມກັບລົດທີ່ຍັງເຫຼືອໄປສົ່ງຄືນເຈົ້າຂອງ

ຫຼັງຈາກສືບສວນຜູ້ກ່ຽວແມ່ນໄດ້ຮັບສາລະພາບວ່າ: ແມ່ນໄດ້ພາກັນເຄື່ອນໄຫວລັກຊັບພົນລະເມືອງປະເພດລົດຈັກແຕ່ຕົ້ນປີ 2021 ເປັນຕົ້ນມາ ລັກລົດໄປຂາຍໃນລາຄາຖືກແລ້ວເອົາໄປໃຊ້ຈ່າຍຈົນໝົດ…ອ່ານຕໍ່

ເມືອງວຽງຄຳ ແລະ ເມືອງໂພນທອງ ເປີດການຮຽນ ເພື່ອສືບຕໍ່ສອບເສັງຈົບຊັ້ນປະຖົມສຶກສາປີທີ 5

ເມືອງວຽງຄຳ ແລະ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ເປີດການຮຽນການສອນຂຶ້ນເພື່ອສືບຕໍ່ປະຕິບັດສອບເສັງຈົບຊັ້ນປະຖົມປີທີ 5 ໄດ້ເໜັ້ນໜັກໃຫ້ຄະນະຮັບຜິດຊອບການເຝົ້າຫ້ອງສອບເສັງ ໃຫ້ມີຄວາມເຂັ້ມງວດ ຕາມລະບຽບຫລັກການ

ຄູອາຈານ ແລະນັກຮຽນ ຍັງໄດ້ເອົາໃຈໃສ່ສະກັດກັ້ນ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນການຮຽນການສອນ ແລະການສອບເສັງຄັ້ງນີ້ໃຫ້ປະສົບຜົນສຳເລັດໄປດ້ວຍດີ…ອ່ານຕໍ່

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.