WhatsApp ຄູ່ ສອງຜູ້ໃຊ້ບັນຊີໃນ Android ເຄື່ອງດຽວ

ແອັບແຊັດທີ່ຄົນລາວນິຍົມໃຊ້ກັນຫຼາຍທີ່ສຸດກໍ່ຄື WhatsApp ສາມາດສົ່ງຂໍ້ຄວາມ ຫຼື ໂທຫາຜູ້ໃຊ້ WhatsApp ຄົນອື່ນໄດ້ພຽງແຕ່ມີການເຊື່ອມຕໍໍ່ອິນເຕີເນັດ ແຕ່ກໍມີຂໍ້ຈຳກັດຄືຕ້ອງໃຊ້ກັບເບີໂທລະສັບເທົ່ານັ້ນ

ບໍລິສັດຜະລິດໂທລະສັບສ່ວນໃຫຍ່ໄດ້ອະນຸຍາດໃຫ້ໃຊ້ຕ້້ງຄ່າແອັບຄູ່ ຫຼືແອັບຄູ່ ຊຶ່ງວ່າແອັບໜຶ່ງສາມາດໃຊ້ໄດ້ສອງບັນຊີ, ທາງຜູ້ຜະລິດ Xiaomi, Samsung, Vivo, Oppo, huawei, Honor, Oneplus ແລະ Realme ໄດ້ນໍາເອົາການສ້າງແອັບຄູ່ເຂົ້າໃນການຕັ້ງຄ່າຂອງເຄື່ອງ ເຊີ່ງແຕ່ລະລຸ້ນຈະມີຊື່ໃນບ່ອນຕັ້ງຄ່າທີ່ແຕກຕ່າງກັນເຊັ່ນ: Dual Apps, App Clone, App twin ແລະ Parallel Apps

ວິທີການເປີດໃຊ້ງານແລະຕິດຕັ້ງແອັບຄູ່ງ່າຍໆ ມີດັ່ງນີ້:

  • Samsung : ເຂົ້າໄປທີ່ Settings > Advance features >Dual Messenger.
  • Huawei ແລະ Honor : ເຂົ້າໄປທີ່  Settings > Apps > App twin.
  • Oppo : ເຂົ້າໄປທີ່ Settings > App Cloner.
  • Vivo : ເຂົ້າໄປທີ່ Settings > Apps and notifications > App Clone.
  • Xiaome : ເຂົ້າໄປທີ່ Settings > Apps > Dual apps.
  • Realme: ເຂົ້າໄປທີ່ Settings > App management > App cloner.

ເທົ່ານີ້ກໍສາມາດໃຊ້ງານ WhatsApp ໄດ້ສອງບັນຊີໃນເຄື່ອງດຽວ ໂດຍທີ່ບໍ່ຕ້ອງໄປຊື້ໂທລະສັບໃຫມ່, ວິທີການຕັ້ງຄ່າເປີດໃຊ້ງານແອັບຄູ່ນີ້ ສາມາດໃຊ້ໄດ້ກັບເຄື່ອງທີ່ມີມາໃຫ້ໃນໂຕເຄື່ອງຢູ່ແລ້ວເທົ່ານັ້ນ, ສ່ວນເຄື່ອງທີ່ບໍ່ມີການຕັ້ງຄ່າແບບນີ້ບໍ່ຕ້ອງເປັນຫ່ວງ ເພາະຍັງສາມາດໂຫລດຈາກ Play Store ເພາະມີຫຼາຍແອັບທີ່ີສາມາດສ້າງແອັບຄູ່ ມາໃຊ້ງານໄດ້ຄືກັນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...