ອັດຕະປື ຊຸກຍູ້ໃຫ້ປະຊາຊົນຫັນໃສ່ການປູກອ້ອຍໃຫ້ຫລາຍຂຶ້ນ

ພາຍຫລັງທີ່ ບໍລິສັດນໍ້າຕານອ້ອຍ TTC ແຂວງອັດຕະປື ໄດ້ລົງເຜີຍແຜ່ຄວາມເຂົ້າໃຈ ກ່ຽວກັບນະໂຍບາຍ ແລະ ວິທີການປູກອ້ອຍ ໃຫ້ປະຊາຊົນຜູ້ປະສົບໄພຢູ່ ເມືອງສະໜາມໄຊ ກ່ຽວກັບການນະໂຍບາຍຕ່າງໆຂອງບໍລິສັດ ນ້ຳຕານອ້ອຍ TTC ຕາມແຜນໂຄງການ 2+3 ໃນການຮ່ວມມື ຜະລິດກະສິກຳລະຫວ່າງ ປະຊາຊົນ ແລະ ບໍລິສັດ ໂດຍທີ່ທາງບໍລິສັດ ເປັນຜູ້ສະໜອງທຶນ, ເຕັກ​ນິກ, ການຕ​ະລາດ ແລະ ຊາວບ້ານ ເປັນຜູ້ສະໜອງດິນ ແລະ ແຮງ ງານ ເຊັ່ນວ່າ: ບໍລິສັດຈະຊ່ວຍໃນການບຸກເບີກເນື້ອທີ່, ໄຖດິນ, ສະໜອງແນວພັນອ້ອຍ, ມີວິຊາການຊ່ວຍລົງຕິດຕາມແນະນໍາ ແລະ ຮັບຊື້ໃນລາຄາທີ່ເໝາະສົມ ປະເມີນໄດ້ວ່າ ປະຊາຊົນ ມີຄວາມສົນໃຈທີ່ຈະຮ່ວມມືໃນການຜະລິດຮ່ວມກັບບໍລິສັດດັ່ງກ່າວຫລາຍຂຶ້ນ.

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ໄດ້ມີຄໍາເຫັນໂອ້ລົມ ຄະນະທີ່ປະຊາຊົນ ຜູ້ປະສົບໄພເຂົ້າຮ່ວມຮັບຟັງຢ່າງຫລວງຫລາຍໃນຄັ້ງວັນທີ 3 ກໍລະກົດ 2019 ນັ້ນວ່າ: ການປູກອ້ອຍ ທີ່ມີນະໂຍບາຍທີ່ເໝາະສົມນີ້ ເປັນໂອ ກາດທີ່ດີ, ທັງເປັນການລົງທຶນທີ່ຮັບປະກັນດ້ານຄວາມໝັ້ນຄົງ ຮັບປະກັນດ້ານຜົນຜະລິດ ແລະ ລາຄາການຊື້-ຂາຍຕາມ ໂຄງການ 2+3 ຂາຍໃຫ້ ບໍລິສັດ ນ້ຳຕານອ້ອຍນັ້ນ ແນ່ນອນວ່າແຕ່ລະຄອບຄົວຈະມີລາຍຮັບເພີ່ມ, ສິ່ງສຳຄັນໃນທີ່ນີ້ ແມ່ນແນ່ໃສ່ສົ່ງເສີມ ປະຊາຊົນມີອາຊີບເຮັດ, ມີລາຍຮັບ ເພື່ອພັດທະນາຄອບຄົວຕົນເອງ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ດັ່ງນັ້ນ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ພະຍາມລີກລຽງການທໍາມາຫາກິນແບບອາໃສທໍາມະຊາດ ແລ້ວຫັນແນວຄິດ ສົ່ງເສີມ ແລະ ພັດທະນາການປູກ-ການລ້ຽງ ຫັນແນວຄິດໃຫ້ມີ ຄວາມດຸໝັ່ນອອກແຮງງານ ປູກຝັງ-ລ້ຽງສັດ ເລົ່ານີ້ເປັນຕົ້ນ ຈະຊ່ວຍ ກະຈາຍລາຍຮັບ ໃຫ້ປະຊາຊົນ ໄດ້ດີເທື່ອລະກ້າວ

ແຫຼ່ງຂໍ້ມູນ: ໂດຍ ມາລາທິບ

Attapeu Media

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...