Wednesday, March 19, 2025

ຄວາມໝາຍຂອງ “ຍອດຊໍ່ຟ້າ” ທີ່ຢູ່ຫຼັງຄາຂອງອາຮາມ ສິມ ຕາມຄວາມເຊື່ອຂອງຊາວພຸດລາວ

ສະບາຍດີບັນດາທ່ານທີ່ຮັກແພງ ມື້ນີ້ ພວກເຮົາຈະພາບັນດາທ່ານໄປຮູ້ຈັກກັບຄວາມໝາຍຂອງ “ຍອດຊໍ່ຟ້າ” ຍອດຊໍ່ຟ້າຢູ່ທີ່ຫຼັງຄາຂອງອາຮາມ ,ສິມ ນັ້ນແມ່ນມີຄວາມເຊື່ອ ແລະ ເປັນສັນຍາລັກຂອງສະຫວັນຊັ້ນຟ້າ ເຊິ່ງມີຄວາມເຊື່ອໃນພຸດທະປະຫວັດກໍຄື ພຣະທັມມະຈັກກັບປະວັດຕະນະສູດ ເຊິ່ງເປັນປະຖົມມະບົດຂອງທັມມະເທດສະໜາ ກັນທຳອິດຂອງພຣະສັມມາສັມພຸດທະເຈົ້າ ທີ່ພຣະອົງໄດ້ຊົງໂປຣດເທດສະໜາແກ່ ປັນຈະວັກຄີທັງ 5 ອົງ ເຊິ່ງມີເນື້ອໃນກ້າວເຖິງ ຕອນທີ່ພຣະພຸດທະເຈົ້າກຳລັງປະຕິບັດຕົນເພື່ອປະຕິເສດ ທາງສອງສາຍຄື: ບໍ່ເຄັ່ງເກີນໄປ ແລະ ບໍ່ຍານເກີນໄປ (ເຄັ່ງຫຼາຍຈົນຂາດ, ຍານຫຼາຍສຽງບໍ່ມ່ວນ) ແລ້ວປະຕິບັດທາງສາຍກາງ (ບໍ່ເຄັ່ງເກີນ, ບໍ່ຍານເກີນ) ອັນເປັນແບບຢ່າງທີ່ປະຕິບັດທີ່ຖືກຕ້ອງໃຫ້ແກ່ມວນມະນຸດ ແລະ ມີເນື້ອໃນສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ ອະຣິຍະສັດສີ່ ເພື່ອດຳເນີນຂັ້ນຕອນການປະພຶດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ ສະມຸດໄທ ນິໂຣດ ມັກເພື່ອໄປສູ່ ພຣະນິພານ ເຊິ່ງເປັນເປົ້າໝາຍ ແລະ ຈຸດໝາຍສູງສຸດຂອງພຸດທະສາສະໜາ ເມື່ອພຣະຜູ້ມີພຣະພຸດທະເຈົ້າ ຕັດທັມມະຈັກກັບປະວັດຕະນະສູດ ຢູ່ນັ້ນ ດວງພຣະເນດສ່ອງເຫັນທັມ ສ່ອງເຫັນ 15 ຊັ້ນນາຮົກ 16 ຊັ້ນສະຫວັນ.

ສະນັ້ນ, ບູຮານລາວຈຶ່ງນິຍົມຖືເອົາຂໍ້ນີ້ເປັນຂໍ້ສູງ (16 ຊັ້ນຟ້າ ແລະ 15 ຊັ້ນດິນ) ແລະ ໄດ້ປະຕິບັດການເຮັດຍອດຊໍ່ຟ້າ ຫຼັງຄາຂອງວັດຕາມຂໍ້ຄະຕິດັ່ງກ່າວ ເພື່ອບັນລຸເປົ້າໝາຍຂອງພຸດທະສາສະໜາ ເພື່ອໃຫ້ຕົນໄດ້ບັນລຸໄປເຖິງສະຫວັນຊັ້ນອະກະນິດຖາ ທີ່ເປັນຊັ້ນສູງສຸດຂອງສວງສະຫວັນ.
ລຳດັບຊັ້ນຂອງສວງສະຫວັນ ຕາມການແບ່ງໄຕຣພູມມີຄື :

1. ປະຣະນິມມິຕະວະສະວະຕີ.
2. ພຣົມມະປະຣິສັດຊາ.
3. ພຣົມມະປຸໂຣຫິຕາ.
4. ມະຫາພຣົມມາ.
5. ປະຣິດຕາພາ.
6. ອັປປະມານາພາ.
7. ອາພັດສະຣາ.
8. ປະຣິດຕະສຸພາ.
9. ອັປປະມານະສຸພາ.
10. ສຸພະກິນຫາ.
11. ເວຫັບຜະລາ.
12. ອະເວຫາ.
13. ອະຕັບປາ.
14. ສຸທັດສາ.
15. ສຸທັດສີ.
16. ອະກະນິດຖາ.

ດັ້ງນັ້ນ ການເຮັດຍອດຊໍ່ຟ້າສ່ວນຫຼາຍ ແມ່ນໄດ້ຄະຕິນິຍົມຕາມຫຼັກດັ່ງກ່າວ ແລະ ເພິ່ນໄດ້ບວກມະນຸດໂລກເຂົ້າໄປອີກຫນຶ່ງຊັ້ນ ດັ່ງນັ້ນພວກເຮົາຈຶ່ງສາມາດສັງເກດເຫັນວ່າ ຍອດຊໍ່ຟ້າຫຼາຍສຸດ ຈະມີ 17 ຍອດດ້ວຍ ໃນອະດີດ ໄດ້ກຳນົດຊັ້ນຊໍ່ຟ້າໄວ້ດັ່ງນີ້:

1. ຖ້າເປັນວັດທີ່ເຈົ້າມະຫາຊີວິດ ຈາກວັງຫຼວງ ຊົງສ້າງແມ່ນ ໃຫ້ເຮັດຍອດເຄິ່ງກາງເກົ້າຊັ້ນ
2. ຖ້າເປັນວັດທີ່ເຈົ້າມະຫາຊີວິດ ຈາກວັງໜ້າ, ວັງຫຼັງ ແລະ ວັງກາງ ຊົງສ້າງ ໃຫ້ເຮັດຍອດຢູ່ເຄິ່ງກາງເຈັດຊັ້ນ.

3.ຖ້າເປັນວັດທີ່ອາມາດ ແລະ ຂຸນນາງ ຊົງສ້າງ ໃຫ້ເຮັດຍອດເຄິ່ງກາງຫ້າຊັ້ນ
4. ຖ້າເປັນວັດທີ່ປະຊາຊົນພາກັນສ້າງ ໃຫ້ເຮັດຍອດເຄິ່ງກາງສາມຊັ້ນ

ແຕ່ຕົກມາຮອດສະໄໝປັດຈຸບັນນີ້ ການເຮັດຍອດຊໍ່ຟ້າ ຈະມີການກຳນົດແນວໃດນັ້ນ ກໍຂຶ້ນຢູ່ກັນສັດທາຂອງຜູ້ສ້າງເອງ ແຕ່ພວກເຮົາບໍ່ຄວນຫຼົງລືມຄະຕິທັມ ທີ່ແຝງໄວ້ໃນການສ້າງຍອດຊໍ່ຟ້າ ກໍແລ້ວກັນ ເບິ່ງໃຫ້ອອກ ປະຕິບັດໃຫ້ຖືກຕ້ອງ ສິ່ງເຫຼົ່ານີ້ເປັນຄະຕິທັມ ທັງນັ້ນແລ.

ຂໍຂອບໃຈເລື່ອງລາວດີໆຈາກ: ວັດຊຽງທອງ ຣາຊະວໍຣະວິຫາຣ.

ຮູບປະກອບ: ພິທີຍົກຍອດຊໍ່ຟ້າ 9 ຍອດ ທີ່ວັດອູບມຸງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (30/12/2018)

ທີ່ມາ https://www.targetlaos.com/article/36410

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.