ນະຄອນຫຼວງ ເລັ່ງແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ສປປ.ລາວ

ຍັງມີຄົນຕ່າງປະເທດຈຳນວນຫຼາຍຢູ່ນະຄອນຫຼວງວຽງຈັນໂດຍສະເພາະຄົນຈີນ ແລະ ຫວຽດນາມ ທີ່ມາເຄື່ອນ ໄຫວເຮັດວຽກແບບບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ໂດຍສະເພາະແມ່ນການໃຊ້ ໜັງສືເດີນ ທາງນັກທ່ອງທຽ່ວ ມາເຄື່ອນໄຫວເຮັດທຸລະກິດ ຄ້າຂາຍ, ວຽກກໍ່ສ້າງ ແລະ ອື່ນໆ.

ເພື່ອແກ້ໄຂບັນຫາດັ່ງກ່າວ ໃນຕອນເຊົ້າຂອງມື້ນີ້ 05/07/2019, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມປຶກສາຫາລືເພື່ອການແກ້ໄຂບັນຫາດັ່ງກ່າວ ໂດຍເຂົ້າຮ່ວມເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າພະແນກແຜນການທີ່ກຽ່ວຂ້ອງອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ນາງລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມວ່າ: ການແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ແມ່ນມີການແບ່ງໜ້າທີ່ກັນຢ່າງລະອຽດໂດຍມອບໃຫ້ຂະແໜງແຮງງານ, ກອງບັນຊາການ ປກສ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຮັບຜິດຊອບ ແລະ ແກ້ໄຂຕາມລະບຽບກົດໝາຍຂອງແຕ່ລະພາກສ່ວນ ເຊັ່ນ: ຂະແໜງປ້ອງກັນຄວາມສະຫງົບເປັນເຈົ້າການຮັບຜິດຊອບຄົນຕ່າງປະເທດໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວຊຶ່ງເປັນບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວລະເມີດກົດໝາຍເຊັ່ນ : ຫາບ, ຫິ້ວ, ຍູ້ລໍ້, ບັນທຸກໃສ່ຍານພາຫະນະ ເພື່ອຂາຍສິ່ງຂອງຕາມສະຖານທີ່ຕ່າງໆ ແລະ ອື່ນໆ.

ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮັບຜິດຊອບຄົນຕ່າງປະເທດໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວວຽກຊົ່ວຄາວ ເປັນບຸກຄົນຜູ້ອອກແຮງງານຕ່າງປະເທດທັງໝົດ ເຊັ່ນ : ເຮັດວຽກນຳຫົວໜ່ວຍແຮງງານ, ໂຄງການເສດຖະກິດພິເສດ, ຫ້າງຮ້ານຕ່າງໆ ແລະ ອື່ນໆ. ຂະແໜງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບຄົນຕ່າງປະເທດໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວຊຶ່ງເປັນຄົນຜູ້ທີ່ລົງທຶນເພື່ອຄ້າຂາຍ, ສ້ອມແປງ, ດຳເນີນທຸລະກິດການບໍລິການຮ້ານອາຫານ, ເຮືອນພັກ, ໂຮງແຮມ ແລະ ການລົງທຶນປະເພດອື່ນໆ.

ທ່ານ ນາງລຳພອຍ ຍັງໄດ້ກ່າວຕື່ມອິກວ່າ ນັບແຕ່ປີ 2016 ຫາ 2017 ສາມາດຂຶ້ນທະບຽນ ແລະ ອອກບັດອະນຸ ຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບ ແລະ ກົດໝາຍຂອງ ປະ ເທດລາວ ຢູ່ ນະຄອນຫຼວງວຽງຈັນໄດ້ທັງໝົດ 6,671 ຄົນ. ຂໍ້ຫຍຸ້ງຍາກໃນການຕິດຕາມ ແລະ ກວດສອບຄົນຕ່າງປະເທດດັ່ງກ່າວ ແມ່ນມີຫຼາຍເຊັ່ນ: ສ່ວນຫຼາຍພໍ່ແມ່ປະຊາຊົນໄດ້ອຳນວຍຄວາມສະດວກໃຫ້ຄົນຕ່າງປະເທດມາເຊົ່າເຮືອນ ຫຼື ຫ້ອງແຖວໂດຍບໍ່ໄດ້ແຈ້ງເຈົ້າໜ້າທີ, ເອກກະສານພັກເຊົາໝົດອາຍຸ ແຕ່ເຈົ້າຂອງສະຖານທີ່ບໍ່ໄດ້ແຈ້ງ ຕໍ່ອຳນາດການປົກຄອງ, ຄົນຕ່າງປະເທດມີການບ່າຍບຽງ ການຂຶ້ນທະບຽນ, ເຈົ້າຂອງສະຖານທີ່ ທີ່ໃຫ້ຄົນຕ່າງປະເທດພັກເຊົາຍັງມີບາງຈຳພວກຍັງບໍ່ໄດ້ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂ່າວ: ສົມພາວັນ

ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...