Wednesday, March 26, 2025

ຕ້ອງຮູ້! ຍຸດທະສາດການພັດທະນາການສຶກສາ 2016-2025 ຂອງມະຫາວິທະຍາໄລແຫ່ງຊາດລາວ

*ແຜນພັດທະນາໄລຍະ 5 ປີ (2016-2020) ຂອງມະຫາວິທະຍາໄລແຫ່ງຊາດ

ເພື່ອບັນລຸຈຸດໝາຍລວມ, ວິໄສທັດ ແລະ ພາລະບົດບາດ, ໜ້າທີ່ຂອງມະຫາວິທະຍາໄລແຫ່ງຊາດ ໃນການພັດທະນາການສຶກສານັ້ນ ມຊ ຈຶ່ງໄດ້ກຳນົດແຜນພັດທະນາແຕ່ລະດ້ານ ດັ່ງນີ້:

  • ແຜນງານທີ 1: ພັດທະນາບຸກຄະລາກອນຂອງ ມຊ ໃຫ້ມີຄວາມຮູ້ ແລະ ຄວາມສາມາດສູງ;
  • ແຜນງານທີ 2: ການບໍລິຫານຄຸ້ມຄອງໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງສັງຄົມ;
  • ແຜນງານທີ 3: ຍົກສູງຄຸນນະພາບການຮຽນ-ການສອນໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ;
  • ແຜນງານທີ 4: ດຳເນີນການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການເພື່ອຕອບສະໜອງໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
  • ແຜນງານທີ 5: ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການພັດທະນາການສຶກສາ;
  • ແຜນງານທີ 6: ສົ່ງເສີມການຮ່ວມມືທັງພາຍໃນ ແລະ ຕ່າງປະເທດຢ່າງມີຄຸນນະພາບ.

*ແຜນພັດທະນາໄລຍະ 5 ປີ (2016-2020) ຂອງມະຫາວິທະຍາໄລແຫ່ງຊາດ

ຍຸດທະສາດການພັດທະນາການສຶກສາ 2016-2025

ມີ 07 ແຜນງານ, 34 ໂຄງການ

ແຜນງານທີ 01: ການພັດທະນາບຸກຄະລາກອນ

1. ໂຄງການຍົກລະດັບຂັ້ນປະລິນຍາໂທ ແລະ ການຄົ້ນຄວ້າຫຼັງປະລິນຍາເອກ

2. ໂຄງການສ້າງຄວາມເຂັ້ມແຂງດ້ານວິຊາການຕາມອັດຕາສ່ວນ:

  • 1:6:3 ໃນປີ 2015
  • 2:6:2 ໃນປີ 2020
  • 3:6:1 ໃນປີ 2025

3. ໂຄງການເຝິກອົບຮົມໄລຍະສັ້ນກັບທີ່ ແລະ ຕ່າງປະເທດ

4. ໂຄງການຍົກລະດັບຄວາມສາມາດກ່ຽວກັບວຽກງານທີ່ຮັບຜິດຊອບ

5. ໂຄງການພັດທະນາຄວາມຮູ້ຄວາມສາມາດແບບຕໍ່ເນື່ອງ

6. ໂຄງການພັດທະນາຄວາມສາມາດໃນການແຂ່ງຂັນດ້ານວິຊາການຂອງນັກສຶກສາ

7. ໂຄງການແລກປ່ຽນການສິດສອນ ແລະ ຄົ້ນຄ້ວາວິທະຍາສາດກັບພາກພື້ນ ແລະ ສາກົນ

8. ໂຄງການປະເມີນຜົນຄູອາຈານ ແລະ ປະເມີນຜົນຄຸນະພາບການສິດສອນ

ແຜນງານທີ 02: ການພັດທະນາໃຫ້ເປັນສູນກາງການສຶກສາທີ່ມີຄຸນະພາບ

1. ໂຄງການປະກັນຄຸນະພາບການສຶກສາ

2. ໂຄງການພັດທະນາຫຼັກສູດ

3. ໂຄງການແລກປ່ຽນຄູ-ອາຈານ ແລະ ນັກສຶກສາ AUN ມະຫາວິທະຍາໄລພາກພື້ນ ແລະ ສາກົນ

4. ໂຄງການພັດທະນາກົນໄກ ແລະ ນິຕິກຳວິຊາການ

5. ໂຄງການສຶກສາຮຽນຮ່ວມ

ແຜນງານທີ 03: ການພັດທະນາຄວາມເປັນສູນກາງດ້ານການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ 

1. ໂຄງການພັດທະນາແຜນແມ່ບົດການຄົ້ນຄ້ວາວິທະຍາສາດ

2. ໂຄງການສ້າງສະຖາບັນຄົ້ນຄ້ວາວິທະຍາສາດ

4. ໂຄງການສົ່ງເສີມລິຂສິດທາງປັນຍາ

5. ໂຄງການພັດທະນາຂີດຄວາມສາມາດດ້ານການຄົ້ນຄ້ວາວິທະຍາສາດ ແລະ ການບໍລິການ

ແຜນງານທີ 04: ການປັບປຸງ ແລະ ພັດທະນາກົນໄກຄຸ້ມຄອງບໍລິຫານທີ່ດີ

1. ໂຄງການປັບປຸງນິຕິກຳກ່ຽວກັບພາລະບົດບາດໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະວຽກງານ

2. ໂຄງການປັບປຸງກົງຈັກການຈັດຕັ້ງບໍລິຫານໃຫ້ກະທັດຮັດ ແລະ ມີປະສິດທິພາບ

3. ໂຄງການພັດທະນາລະບົບການບໍລິຫານ ແລະ ບໍລິການໃຫ້ທັນສະໄໝ

4. ໂຄງການພັດທະນາລະບົບໄຟຟ້າ, ນ້ຳປະປາ ແລະ ຖະໜົນຫົນທາງ

5. ໂຄງການພັດທະນາວິທະຍາເຂດໃຫ້ສະອາດ, ສວຍງາມ ແລະ ສີຂຽວ

ແຜນງານທີ 05: ການປັບປຸງ, ຂະຫຍາຍ ແລະ ພັດທະນາພື້ນຖານໂຄ່ງລ່າງສູ່ຄວາມເປັນສາກົນ

1. ໂຄງການປະເມີນ ແລະ ປັບປຸງອາຄານຮຽນທີ່ມີແລ້ວໃຫ້ມີຄວາມເຂັ້ມແຂງ

2. ໂຄງການກໍ່ສ້າງອາຄານຮຽນ, ຫ້ອງທົດລອງ ແລະ ຫໍສະໝຸດທີ່ທັນສະໄໝ

3. ໂຄງການກໍ່ສ້າງສູນເຝິກປະຕິບັດງານທີ່ສົມບູນ-ທັນສະໄໝ

4. ໂຄງການປັບປຸງ, ຂະຫຍາຍ ແລະ ບຳລຸງຮັກສາຕຶກອາຄານຕ່າງໆ

5. ໂຄງການພັດທະນາລະບົບໄຟຟ້າ, ນ້ຳປະປາ, ຖະໜົນ-ຫົນທາງ, ຫ້ອງນ້ຳ, ອະນາໄມ ແລະ ຮັກສາສະພາບແວດລ້ອມ

6. ໂຄງການປັບປຸງ ແລະ ກໍ່ສ້າງຫໍພັກ, ໂຮງອາຫານ, ໂຮງພິມ, ຮ້ານຄ້າ ແລະ ສິ່ງອຳນວຍຄວາມສະດວກອື່ນໆ

7. ໂຄງການປັບປຸງ ແລະ ສ້າງລະບົບການປ້ອງກັນອັກຄີໄພ ແລະ ລະບົບປ້ອງກັນອື່ນໆຄົບຊຸດ

ແຜນງານທີ 06: ການສ້າງແຫຼ່ງລາຍຮັບ 

1. ໂຄງສ້າງລາຍຮັບຈາກວິຊາການ

2. ໂຄງການສ້າງລາຍຮັບຈາກການບໍລິການຊັບສິນ

ແຜນງານທີ 07: ການພັດທະນາການຮ່ວມມືກັບພາຍໃນ ແລະ ສາກົນ 

1. ໂຄງການແລກປ່ຽນທາງດ້ານວິຊາການ

2. ໂຄງການຮ່ວມມືການຄົ້ນຄ້ວາວິທະຍາສາດ

3. ໂຄງການທັດສະນະສຶກສາ

4. ໂຄງການແລກປ່ຽນນັກສຶກສາ

5. ໂຄງການແລກປ່ຽນຂໍ້ມູນຂ່າວສານ

ແຫຼ່ງຂໍ້ມູນ: https://www.nuol.edu.la

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ