ກະຊວງກະສິກຳ ແລະປ່າໄມ້ ໄດ້ຮັບມອບໝາຍ ໃຫ້ເປັນພາກສ່ວນ ພັດທະນາ ອຸດທະຍານແຫ່ງຊາດ

ສະພາແຫ່ງຊາດລາວໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະປ່າໄມ້ເປັນພາກສ່ວນຮັບຜິດຊອບດຳເນີນໂຄງການພັດທະນາເຂດອຸດທະຍານແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຢ່າງຍືນຍົງ ຊຶ່ງຊົງລິດ ໂພນເງິນ ມີລາຍງານມາສະເໜີທ່ານ ຈາກບາງກອກ.


ທ່ານພວງປະລິສັກ ປະວົງວຽງຄຳ ຮອງລັດຖະມົນຕີວ່າການກະຊວງກະສິກຳ ແລະປ່າໄມ້ ໃຫ້ການຢືນຢັນວ່າ ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ 8 ໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະປ່າໄມ້ ເປັນພາກສ່ວນທີ່ຮັບຜິດຊອບດຳເນີນການພັດທະນາເຂດປ່າສະຫງວນແຫ່ງຊາດ ນໍ້າເທີນນາກາຍ ແລະ
ເຂດປ່າສະຫງວນແຫ່ງຊາດນໍ້າແອດ-ພູເລີຍ ໃຫ້ເປັນໂຕແບບຂອງການພັດທະນາເຂດອຸດທະຍານແຫ່ງຊາດເພື່ອໃຫ້ປະກອບສ່ວນເຂົ້າໃນຍຸດທະສາດການພັດທະນາປະເທດຢ່າງຍືນຍົງ


ພ້ອມກັນນີ້ ລັດຖະບານລາວຍັງໄດ້ວາງເປົ້າໝາຍທີ່ຈະຟື້ນຟູປ່າໄມ້ໃຫ້ໄດ້ໃນເນື້ອທີ່37,000 ເຮັກຕາ ໃນແຕ່ລະປີ ໂດຍໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະປ່າໄມ້ເປັນພາກສ່ວນທີ່ຮັບຜິດຊອບໃນການຕິດຕາມກວດກາ ແລະເກັບກຳຂໍ້ມູນສະພາບພື້ນທີ່ປ່າໄມ້ ທີ່ໄດ້ຮັບການຟື້ນຟູຮວມເຖິງການກຳນົດຂອບເຂດ ການປັກຫລັກໝາຍ
ແລະການຕິດປ້າຍເຂດຟື້ນຟູປ່າໃຫ້ໄດ້ຢ່າງຈະແຈ້ງ ແລະຊັດເຈນ.


ແຜນທີ່ ບ່ອນຕັ້ງນໍ້າເທີນສອງ 

ອ່ານຕໍ່: https://lao.voanews.com/a/lao-na-has-assigned-ministry-ofa-griculture-to-develop-national-parks/4489117.html

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...