Wednesday, July 9, 2025
Kbank Laos โอน รับ จ่าย

ທະນາຄານໂລກລາຍງານວ່າ ລາວອາດຈະກ້າວຂຶ້ນເປັນຖານການຜະລິດແຫ່ງໃຫມ່ໃນພາກພື້ນ ເອເຊຍ

ເນື່ອງຈາກມີບໍລິສັດຕ່າງປະເທດຫຼາຍແຫ່ງເຫັນວ່າ ລາວອາດມີຄວາມສາມາດໃນທີ່ເອື້ອອຳນວຍຕໍ່ການເປັນຖານຜະລິດສິນຄ້າ ອີງຕາມການລາຍງານຂອງໜັງສືພິມວຽງຈັນທາມ
ລາຍງານດັ່ງກວ່າວິເຄາະຈາກຂໍ້ມູນລັດຖະບານ ເພາະລາວມີການສົ່ງອອກສິນຄ້າປະເພດເອເລັກໂຕຣນິກ ແລະ ການສື່ສານໂທລະຄົມມະນາຄົມເຄິ່ງສຳເລັດຢູ່ຮູບ ຈົນເຖິງອຸປະກອນໄຟຟ້າ ເພີ່ມຂຶ້ນຫຼາຍໃນ 5ປີທີ່ຜ່ານມາ ມີມູນຄ່າເພິ່ມຂຶ້ນຫຼາຍເກືອບ 3ເທົ່າ ຈາກ 270ລ້ານໂດລາສະຫະລັດໃນປີ 2013 ມາເປັນ 780ລ້ານໂດລາສະຫະລັດໃນປີ 2016.
ເຖິງວ່າສະພາບແວດລ້ອມຂອງລາວທີ່ບໍ່ເອື້ອອຳນວຍຕໍ່ການປະກອບທຸລະກິດປານໃດ ກໍສາມາດກ້າວຂຶ້ນມາເປັນຈຸດເຊື່ອມໂຍງໃນຕ່ອງໂສ້ທີ່ສ້າງມູນຄ່າໃນລະດັບພາກພື້ນ

ອ່ານຕໍ່: https://muan.sanook.com/36019/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.