Thursday, March 20, 2025

ຮອງເຈົ້າແຂວງໆຄໍາມ່ວນລົງຕິດຕາມສະພາບນໍ້າຖ້ວມຢູ່ 2 ຕົວເມືອງ

ເມື່ອບໍ່ດົນມານີ້, ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄໍາມ່ວນ, ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ພ້ອມຄະນະໄດ້ລົງໄປຕິດຕາມ ສະພາບນໍ້າຖ້ວມຢູ່ 2 ຕົວເມືອງທີ່ໄດ້ຮັບຜົນກະທົບຄື: ເຊບັ້ງໄຟ ແລະ ໜອງບົກ ພ້ອມທັງໄດ້ນໍາເອົາເງິນສົດ ຈໍານວນ 48.900.000 ກີບ, ນໍ້າດື່ມ, ປ໋ອງປາ ແລະ ໝີ່ແກັດໃຫຍ່-ແກັດນ້ອຍ ໄປມອບໃຫ້ 2 ເມືອງດັ່ງກ່າວ ເພື່ອນໍາໄປແຈກຢາຍ ໃຫ້ປະຊາຊົນ ພາຍໃນບ້ານ ທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ.
ສະເພາະຢູ່ເມືອງໜອງບົກ ມາຮອດປັດຈຸບັນ ບ້ານຖືກນໍ້າຖ້ວມແລ້ວ 17 ບ້ານ, ມີປະມານ 1.110 ຄອບຄົວ, ໃນນັ້ນບ້ານທີ່ຖືກນໍ້າຖ້ວມໝົດບ້ານມີ 8 ບ້ານ, ເນື້ອທີ່ນາຖືກນໍ້າຖ້ວມແລ້ວທັງໝົດ 7.124,47 ເຮັກຕາ. ປັດຈຸບັນພາກສ່ວນຕ່າງໆ ແມ່ນໄດ້ມອບເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຄິດເປັນມູນຄ່າ 127 ກວ່າກີບ.


ສ່ວນເມືອງເຊບັ້ງໄຟ ນໍ້າໄຫລເຂົ້າຖ້ວມພື້ນທີ່ ທໍາການຜະລິດຂອງປະຊາຊົນ ຈໍານວນ 38 ບ້ານ, ເນື້ອທີ່ຖືກນໍ້າຖ້ວມ 3.993 ເຮັກຕາ ເຊິ່ງທາງເມືອງໄດ້ ແບ່ງອອກເປັນ 2 ຈຸດຫລໍ່ແຫລມໃຫຍ່ຄື: ຈຸດທີ 1 ມີບ້ານຫາດຄໍາຮຽງ, ບ້ານຍາງຄໍາ ແລະ ບ້ານນາພອກ. ຈຸດທີ 2 ມີບ້ານແກ້ງແປ, ບ້ານທ່າຄໍ້, ບ້ານສອກບໍ, ບ້ານສ້ອມ ແລະ ບ້ານຖໍ້າລາຍ. ປັດຈຸບັນນີ້ ບ້ານທີ່ຢູ່ລຽບແມ່ນໍ້າເຊບັ້ງໄຟ ແມ່ນໄດ້ມີການຍົກຍ້າຍ ສັດລ້ຽງຂຶ້ນຢູ່ບ່ອນສູງແລ້ວ. ສ່ວນວ່າບ້ານທີ່ຖືກນໍ້າຖ້ວມ ແລະ ໄດ້ຍົກຍ້າຍປະຊາຊົນກອນມີຢູ່ 8 ບ້ານ 1.385 ຄອບຄົວ ເຊິ່ງພາກສ່ວນຕ່າງໆ ແມ່ນໄດ້ມອບເງິນສົດ ລວມເຖິງເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຄິດເປັນມູນຄ່າ 114 ລ້ານກີບ ເຊິ່ງເຄື່ອງດັ່ງກ່າວ ແມ່ນຖືກນໍາໄປແຈກຢາຍ ໃຫ້ປະຊາຊົນແລ້ວ.

Cr. http://kpl.gov.la/detail.aspx?id=36611

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່