Wednesday, July 9, 2025
Kbank Laos โอน รับ จ่าย

“ລັດຢ້ຳຄືນ!! ຜູ້ປະສົບໄພໄດ້ຮັບ 500,000ກີບນັ້ນ ເປັນພຽງເງິນແຮຖົງເບື້ອງຕົ້ນເທົ່ານັ້ນ”

ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃຫ້ສຳພາດຕໍ່ສື່ມວນຊົນໂດຍຢ້ຳຄືນຕໍ່ສັງຄົມວ່າ: ເງິນຈຳນວນ 500.000 ກີບທີ່ລັດຖະບານມອບໃຫ້ແຕ່ລະຄອບຄົວທີ່ປະສົບໄພຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ໄປນັ້ນ ເປັນພຽງເງິນແຮຖົງເບື້ອງຕົ້ນເທົ່ານັ້ນ.
ປັດຈຸບັນ, ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 5.000 ກວ່າຄົນ ທີ່ໄດ້ມາບັນຈຸຢູ່ສູນພັກເຊົາຊົ່ວຄາວທັງໝົດ 6 ສູນ ແມ່ນບໍ່ມີຄວາມຈໍາເປັນຈະຕ້ອງໃຊ້ເງິນເລີຍ ເພາະວ່າທາງສູນຂອງພວກເຮົາໄດ້ອຳນວຍຄວາມສະດວກ ແລະ ສະໜອງສິ່ງຕ່າງໆໃຫ້ທັງໝົດ ນັບຕັ້ງແຕ່ທີ່ຢູ່ອາໃສ, ອາຫານການກິນ, ນ້ຳດື່ມ-ນ້ຳໃຊ້, ເຄື່ອງນຸ່ງຫົ່ມ, ການປິ່ນປົວສຸຂະພາບ ແລະ ສິ່ງຈຳເປັນອື່ນໆ ເທົ່າທີ່ຈະສາມາດສະໜອງໃຫ້ໄດ້ ແລະ ພວກເຮົາຍັງຈະສືບຕໍ່ເບິ່ງແຍງປະຊາຊົນເຫລົ່ານີ້ໄປຈົນກວ່າ ເຂົາເຈົ້າຈະສາມາດກັບຄືນສູ່ສະພາບການດຳລົງຊີວິດທີ່ເປັນປົກກະຕິ. ສະນັ້ນ, ເງິນຈຳນວນ 500.000 ກີບນີ້ ຈະເປັນພຽງແຕ່ເງິນແຮຖົງ ເພື່ອບາງເທື່ອຄອບຄົວອາດຈະມີຄວາມຈຳເປັນໃນການໃຊ້ສອຍຈຳນວນໜຶ່ງ ທີ່ນອກເໜືອຈາກການສະໜອງຂອງສູນບໍລິການຂອງພວກເຮົາ.

ໃນຂະນະດຽວກັນ, ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ຊີ້ແຈງໃຫ້ສັງຄົມຮູ້ຢ່າງກະຈ່າງແຈ້ງວ່າ: ເງິນທີ່ໄດ້ຮັບຈາກການຊ່ວຍເຫລືອຈຳນວນມະຫາສານນີ້ ຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ແມ່ນມີການຄຸ້ມຄອງເປັນລະບົບຢ່າງຄັກແນ່ ເຊິ່ງນອກເໜືອຈາກການຊ່ວຍເຫລືອສຸກເສີນແລ້ວ ແມ່ນຈະໄດ້ສຸມໃສ່ເຂົ້າໃນການຟື້ນຟູສະພາບເງື່ອນໄຂຊີວິດການເປັນຢູ່ຂອງຜູ້ປະສົບໄພ ນັບທັງການປັບປຸງສະພາບພື້ນຖານໂຄງລ່າງ, ຖະໜົນຫົນທາງ, ລະບົບໄຟຟ້າ-ນ້ຳປະປາ, ການຟື້ນຟູທີ່ຢູ່ອາໃສ-ເຮືອນຊານບ້ານຊ່ອງ ລວມທັງສະພາບການຜະລິດຕ່າງໆ ຈົນເຮັດໃຫ້ເຂົາເຈົ້າສາມາດກັບຄືນມາດຳລົງຊີວິດຢ່າງເປັນປົກກະຕິ, ເຊິ່ງທັງໝົດນີ້ ເປັນແຜນ ແລະ ຄວາມຕັ້ງໃຈຂອງລັດຖະບານ ແຫ່ງ ສປປ ລາວ.
ປັດຈຸບັນນີ້, ເງິນທັງໝົດທີ່ໄດ້ຮັບຈາກການບໍລິຈາກໃນແຕ່ລະມື້ນັ້ນ ແມ່ນໄດ້ສົ່ງເຂົ້າບັນຊີທີ່ໄດ້ແຈ້ງໄວ້ຢູ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທັງໝົດທຸກກີບ, ທຸກບາດ, ທຸກໂດລາເລີຍ ໂດຍບໍ່ໄດ້ນຳເອົາໄປໃຊ້ເຂົ້າໃນບ້ວງບໍລິຫານຈັດການໃດໆທັງນັ້ນ.
Cr. Raosukunfunk.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.