ປະທານກາແດງຫວຽດນາມ ຢ້ຽມປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

ພາຍຫລັງທີ່ໄດ້ຮັບຂ່າວ ເກີດໄພພິບັດນໍ້າຖ້ວມ ແຂວງ ອັດຕະປື ຢ່າງຮ້າຍແຮງ, ໃນວັນທີ 31 ກໍລະກົດ 2018 ທ່ານ ນາງ ຫງຽນ ຖີຊົນທູ ປະທານສະພາກາແດງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ໄດ້ເດີນທາງມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມປະຊາຊົນ ເພື່ອຕິດຕາມເບິ່ງສະພາບຊິວິດການເປັນຢູ່ ແລະ ໃຫ້ກຳລັງໃຈແກ່ຜູ້ປະສົບໄພ.
ປະທານສະພາກາແດງ ສສ ຫວຽດນາມ ແລະ ອົງການກາແດງລາວ ໄດ້ເຄື່ອນໄຫວຢ້ຽມ ຢາມປະຊາຊົນ ທີ່ສູນ ມສ ໂຮງຮຽນ ເມືອງສະໜາມໄຊ ແຂວງອັດຕະປື, ໃນໂອກາດລົງຢ້ຽມຢາມຄັ້ງນີ້, ຍັງໄດ້ນໍາເອົາເຄື່ອງ ແລະ ສິ່ງຂອງຈຳເປັນມາຊ່ວຍເຫລືອ ແລະ ມອບໃຫ້ປະຊາຊົນ ປະກອບມີ ເຄື່ອງໃຊ້ໃນເຮືອນ, ເຄື່ອງກອງນ້ຳຂະໜາດໃຫຍ່ ແລະ ນ້ອຍ ມຸ້ງ ແລະ ອື່ນໆ ຈຳນວນໜຶ່ງ ຄິດເປັນມູນຄ່າປະມານ 236.314.900 ດົງ ແລະ ທາງສະພາການແດງຫວຽດນາມ ຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອຕື່ມອີກ.

Cr.http://kpl.gov.la/detail.aspx?id=36676

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...