ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 9

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄ າ ຄັ້ງທີ 9, ທີ່ ປະເທດ ສິງກະໂປ, ເຊິ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນ ຈາກບັນດາປະເທດແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ກອງປະຊຸມໃນຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມື ແລະ ການຈັດຕັ້ງຜັນຂະຫຍາຍຖະແຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ກອງປະຊຸມໄດ້ສະແດງຄວາມຊົມເຊີຍ ຕໍ່ ອິນເດຍ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມ
ນອກຈາກນີ້, ກອງປະຊຸມ ຍັງໄດ້ຮ່ວມກັນປືກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ, ໂດຍສຸມໃສ່ການຮ່ວມມື (1) ດ້ານການພັດທະນາຊັບພະຍາກອນມະນຸດ, (2) ການຮ່ວມມືດ້ານການທ່ອງທ່ຽວ, ແລະ (3) ການຮ່ວມມືດ້ານວຽກງານກະສິກຳ
ກອງປະຊຸມໄດ້ຮ່ວມກັນຮັບຮອງ ເອົາເອກະສານສຳຄັນ 1 ສະບັບ ຄື: ຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9 ເພື່ອໃຫ້ເປັນເອກະສານອ້າງອີງ ໃນການຈັດຕັ້ງຜັນ ຂະຫຍາຍ ການຮ່ວມມືໃນຕໍ່ໜ້າ.
ກອງປະຊຸມລັດຖະມົນຕີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 10 ຈະຈັດຂຶ້ນ ໃນໄລຍະດຽວກັນ ກັບກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ໃນປີ 2019, ທີ່ ປະເທດໄທ, ໂດຍການເປັນປະທານຂອງ ສສ. ຫວຽດນາມ.

Cr. http://kpl.gov.la/detail.aspx?id=36753

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...