ທ່ານ ຊະວະຣົງ ລິມປັດທະມະປານີ ປະທານສະພາການໜັງສືພິມແຫ່ງຊາດ ໃນຖານະ ທີ່ປຶກສາສະມາຄົມນັກຂ່າວໜັງສືພິມແຫ່ງປະເທດໄທ ເປັນໂຕແທນເດີນທາງມາມອບເງຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຈຳນວນ 42,510,000ກີບ (163,500ບາດ)ໂດຍມີທ່ານສະຫວັນຄອນ ຣາຊາມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົວແທນຜູ້ຮັບມອບເງິນບໍລິຈາກຊ່ວຍເຫຼືອ

ການບໍລິຈາກຄັ້ງນີ້ ມາຈາກຄວາມຮ່ວມມືຮ່ວມໃຈຊ່ວຍເຫຼືອຈາກ 4ອົງການສື່ມວນຊົນຂອງໄທຄື ສະມາຄົມນັກຂ່າວໜັງສືພິມແຫ່ງປະເທດໄທ ສະພາໜັງສືພິມແຫ່ງຊາດ ສາມາຄົມອິດສະຣາ ມູນນິທິພັດທະນາສື່ມວນຊົນແຫ່ງປະເທດໄທ ແລະ ອົງກອນຜູ້ບໍລິຫານສື່ສານມວນຊົນລະດັບສູງ ໂດຍໄດ້ຮັບຄວາມຮ່ວມມືອດ້ານການເດິນທາງຈາກສາຍການບິນ ບາງກອກແອເວ ແລະບໍລິສັດບິ້ກບລູ

ຈາກນັ້ນຕົວແທນທັ້ງ 2 ປະເທດໄດ້ໂອ້ລົມປຶກສາຫາລືກັບເຫດການທີ່ເກີດຂຶ້ນ ທ່ານ ຊະວະຣົງ ຂໍສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນ ພ້ອມໃຫ້ກຳລັງໃຈກັບປະຊາຊົນລາວທີ່ປະສົບເຫດການນ້ຳຖ້ວມ ທີ່ສະໜາມໄຊ ແຂວງອັດຕະປື ແລະ ທ່ານສະຫວັນຄອນ ຂໍຂອບໃຈມາຍັງປະຊາຊົນຊາວໄທຈາກທຸກພາກສ່ວນທີ່ໄດ້ເຂົ້າມາຊ່ວຍເຫລືອໃນດ້ານຕ່າງໆຢ່າງເຕັມທີເຕັມກຳລັງຄວາມສາມາດ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້