ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຕອນ​ຄ່ຳ​ຂອງ​ວັນ​ທີ 11 ກັນຍາ 2018 ທີ່ໂຮງແຮມຄຣາວພາຊາວຽງຈັນ, ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ພາຍໃຕ້ລາວແຟຊັນວີກ ໄດ້ຈັດງານເດີນແບບອາພອນ ຂອງລາວ ແລະ ຕ່າງປະເທດ, ແລະ ປະກາດ ຜົນການແຂ່ງຂັນ ການອອກແບບອາພອນທ້ອງ​ຖິ່ນ ເພື່ອສົ່ງ​ເສີມປີທ່ອງທ່ຽວລາວ 2018, ເຊິ່ງຜູ້ຊະນະເລີດແມ່ນ ທ້າວ ພອນ​ປະ​ເສີດ ​ແສງ​ມະນີ​ວົງ ຈາກ​ແຂວງ ​ສະຫວັນ​ນະ​ເຂດ ​ແລະ ຮອງຊະນະເລີດແມ່ນ ນາງ ມະນີວອນ ວັນສະຫວັດ ຈາກນະຄອນ ຫລວງວຽງຈັນ. ການມອບລາງວັນຊະນະເລີດຄັ້ງນີ້, ໂດຍທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມ ພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

ໂຄງການອອກແບບອາພອນລາວໃນຄັ້ງນີ້, ເພື່ອສົ່ງ​ເສີມປີທ່ອງທ່ຽວລາວ 2018, ບັນ ດານັກອອກແບບໜຸ່ມນ້ອຍດີເດັ່ນ ຂອງລາວ ​ແມ່ນໄດ້ອອກແບບ ແລະ ດັດແປງແຜ່ນແພພື້ນບ້ານ ຈາກແຕ່ລະແຂວງໃນລາວ ໃຫ້ກາຍເປັນຊຸດທີ່ທັນສະໄໝ, ເຊິ່ງເປົ້າໝາຍຂອງໂຄງການພິເສດນີ້ ແມ່ນເພື່ອເພີ່ມມູນຄ່າ ແລະ ຄຸນຄ່າ ໃຫ້ແກ່ແຜ່ນແພທ້ອງຖິ່ນລາວ ແລະ ເພື່ອໃຫ້ສາກົນຮູ້ວ່າແຜ່ນແພທ້ອງຖິ່ນ ຂອງລາວ ສາ ມາດນຳ ມາປະຍຸກ ເປັນອາພອນ ແລະ ແຟຊັນທີ່ທັນສະໄໝໄດ້. ສຳລັບແຜ່ນແພທ້ອງຖິ່ນທີ່ໄດ້ຄັດເລືອກແມ່ນມາຈາກ 17 ແຂວງ (ຍົກເວັ້ນແຂວງໄຊສົມບູນ) ຈາກນັ້ນໄດ້ມອບໃຫ້ນັກອອກແບບ ໜຸ່ມນ້ອຍຂອງລາວ 15 ຄົນ ເພື່ອອອກ ແບບ ແລະ ຜະລິດ ເປັນຊຸດທີ່ທັນສະໄໝ.

ອ່ານເພີ່ມຕື່ມ: http://kpl.gov.la/detail.aspx?id=38853

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້