ເປີດແລ້ວ! ງານວາງສະແດງສິນຄ້າ 5 ແຂວງພາກໃຕ້ຂອງໄທ ເຊີນທ່ຽວຊົມ, ຊິມ, ຊື້ໄດ້ ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ.

ຜູ້​ປະກອບ​ການ ​ຈາກ 5 ​ແຂວງຊາຍແດນ​ພາກ​ໃຕ້ ​ຂອງ​ໄທ ປະກອບ​ມີ ​ແຂວງ​ສົງ​ຂາ, ​ປັດ​ຕາ​ນີ, ນາລາ​ທິວາ​ດ, ຍະ​ລາ ​ແລະ ​ແຂວງ​ສະຕູ​ນ ​ໄດ້​ນຳ​ເອົາ​ສິນຄ້າທີ່​ດີ, ມີ​ຄຸນ​ນະພາ​ບ ມາ​ວາງສະ​ແດງ ​ແລະ ຈຳໜ່າຍ ຢູ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ນະຄອນຫລວງ​ວຽງ​ຈັນ, ​ໃນ​ລະຫວ່າງ​ວັນ​ທີ 11-15 ກັນ​ຍາ 2018.


ພາຍ​ໃຕ້​ຫົວ​ຂໍ້ “Southern Thailand Best Product @ Vientiane”, ມີຮ້ານວາງສະແດງທັງໝົດ 50 ກວ່າຮ້ານ, ສິນຄ້າທີ່ນຳມາວາງສະແດງ ມີ ເສື້ອຜ້າ, ເຄື່ອງປະດັບ, ອາຫານ, ເຄື່ອງດື່ມ, ຜະລິດຕະພັນແປຮູບ, ເກີບສຸພາບໄຍບວບ, ໝອນຢາງພາລາ, ສະບູ່ເປືອກມັງຄຸດ, ເຄື່ອງປະດັບຈາກເກັດປາ ແລະ ອື່ນໆ. ພາຍໃນງານ ຍັງໄດ້ຈັດກິດຈະກຳຕ່າງໆ ເປັນຕົ້ນ ການ ສະແດງສິລະປະພື້ນບ້ານ ຈາກພາກໃຕ້ ຂອງໄທ ແລະ ຍັງມີ ດາລາ, ນັກສະແດງ ທີ່ມີຊື່ສຽງຂອງໄທ ມາສ້າງຄວາມເບີກບານມ່ວນຊື່ນ ໃຫ້ໄດ້ເບິ່ງໄດ້ຊົມຕະຫລອດງານ.

ອ່ານເພີ່ມຕື່ມ: http://kpl.gov.la/detail.aspx?id=38843

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...