ບໍ່ດົນມານີ້ ທ່ານ ນາງ ແພງ ກັນຍາພີມ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງນຸ່ງຫົ່ມ, ອາຫານແຫ້ງ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜື່ງ ລວມມູນ ຄ່າທັງໝົດ 50 ລ້ານກວ່າກີບ

ໄປມອບໃຫ້ 5 ບ້ານຂອງເມືອງຮ້ຽມຄື: ບ້ານທາດຮ້ຽມ, ບ້ານນາທວນ, ບ້ານສຳພັນທອງ, ບ້ານນາວຽງ ແລະ ບ້ານເມືອງຮ້ຽມ ທີ່ຖືກຜົນກະທົບຈາກໄຟນໍ້າຖ້ວມ ໃນໄລຍະເດືອນ ສິງຫາຜ່ານມາ ຢູ່ທີ່ຫ້ອງການແຮງງານ ແລະ ສະຫວັດດີການ -ສັງຄົມເມືອງຮ້ຽມ,

ເຄື່ອງດັ່ງກ່າວນີ້ໄດ້ຮັບການຊ່ວຍເຫລືອ ຈາກອົງການກາແດງລາວ, ກ່າວມອບແມ່ນທ່ານ ນາງ ແພງ ກັນຍາພີມ ຮອງເລຂາພັກ ແຂວງ ຮອງເຈົ້າແຂວງຫົວພັນ, ກ່າວຮັບແມ່ນຕາງໜ້າ ແຕ່ລະຄອບຄົວ, ມີການນຳເມືອງ, ຄະນະພັກອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມນຳ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Cr. ຂ​ປ​ລ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້