Thursday, May 15, 2025
Kbank Laos โอน รับ จ่าย

ຜູ້​ໃດ​ມີ​ບັນ​ຫາ​ກິ່ນ​ປາກ ໝາກ​ໄມ້​ຊ່ວຍ​ໄດ້

“ກິ່ນ​ປາກ” ເປັນ​ບັນຫາ​ທີ່​ຄົນ​ເຮົາ​ບໍ່​ປາຖະໜາ ທັງ​ຜູ້​ທີ່​ເປັນ​ເອງ ແລະ ຜູ້​ທີ່ຢູ່​ອ້ອມ​ຂ້າງ ດັ່ງນັ້ນ ຜູ້​ທີ່​ມີ​ກິ່ນ​ປາກ ຈຶ່ງ​ພະຍາຍາມ​ຫາ​ທາງ​ອອກ​ທຸກ​ວິທີ​ທາງ ເພື່ອ​ທີ່​ຈະ​ແກ້​ໄຂ​ບັນຫາ​ກິ່ນ​ປາກ ໂດຍ​ສາເຫດ​ຂອງ​ກິ່ນ​ປາກ ມາ​ຈາກ​ອາຫານ​ທີ່​ເຮົາ​ກິນ​ແລ້ວໄປ​ສະ​ສົມ​ໃນ​ປາກ ແລະ ແຂ້ວ ເມື່ອ​ບໍ່​ໄດ້​ຮັບ​ການ​ທຳ​ຄວາມ​ສະອາດ​ທີ່​ດີ ກໍ່​ຈະ​ເຮັດ​ໃຫ້​ເກີດ​ບັນຫາ​ກິ່ນ​ປາກ​ຕາມ​ມາ ນອກຈາກ​ການ​ຮັກສາ​ຄວາມ​ສະອາດ​ຜົ້ງ​ປາກ​ແລະ​ແຂ້ວ ດ້ວຍ​ການ​ໃຊ້​ຢາຖູແຂ້ວ​ໃຫ້​ສະອາດ ບໍ່​ມີ​ເສດ​ອາຫານ​ຄ້າງ​ໃນ​ປາກ ຈະ​ຊ່ວຍ​ລະງັບ​ກິ່ນ​ປາກ​ໄດ້​ໃນ​ລະດັບ​ໜຶ່ງ ການ​ເລືອກ​ກິນ​ອາຫານ​ບາງ​ຢ່າງ​ຍັງ​ຊ່ວຍ​ລະງັບ​ກິ່ນ​ປາກ​ໄດ້​ເຊັ່ນ:

1. ໝາກ​ນາວ: ກົດ​ຊີ​ຕຣິກ​ໃນ​ໝາກ​ນາວ ມີ​ຄຸນສົມບັດ​ສາມາດ​ຂ້າ​ເຊື້ອ​ແບັກ​ທີ​ເລຍ​ໃນ​ຜົ້ງ​ປາກ​ໄດ້ ແລະ ເພີ່ມ​ປະລິມານ​ນ້ຳລາຍ ຊ່ວຍ​ລ້າງ​ແບັກ​ທີ​ເລຍ​ດ້ວຍ​ການ​ກິນ​ນ້ຳໝາກ​ນາວ ແລະ ສາມາດ​ເອົາ​ເປືອກ​ມາ​ຫຍ້ຳ ຈະ​ຊ່ວຍ​ໃຫ້​ແບັກ​ທີ​ເລຍ​ທີ່​ເຮັດ​ໃຫ້​ມີ​ກິ່ນ​ປາກ​ຫຼຸດ​ລົງ​ໄດ້.

2. ໂຢ​ເກິດ: ໂປຣ​ໃບ​ໂອ​ຕິກ ທີ່ຢູ່​ໃນ​ໂຢ​ເກິດ ຈະ​ຊ່ວຍ​ໃຫ້​ລະບົບ​ຂັບ​ຖ່າຍ​ເຮັດ​ວຽກ​ໄດ້​ດີ​ຂຶ້ນ​ເຮັດ​ໃຫ້​ບໍ່​ມີ​ສານພິດ​ຕົກ​ຄ້າງ​ໃນ​ຮ່າງກາຍ ແລະ ກຳຈັດ​ກິ່ນ​ປາກ​ໄດ້.

3. ໝາກ​ນັດ: ຊ່ວຍ​ຕ້ານ​ການ​ອັກເສບ ແລະ ເພີ່ມ​ພະລັງງານ​ຍ່ອຍ​ໂປຣ​ຕີນ​ອຸດົມ​ດ້ວຍ​ໂບຣ​ເມ​ລິນ ມີ​ວິຕາມິນ B ກົດ​ໂຟ​ລິກ​ໂພ​ແທັດ​ຊຽມ ໂຊດຽມ ແລະ ແມັກ​ນີ​ຊຽມ​ເປັນສານ​ອາຫານ​ທີ່​ສຳຄັນ​ຂອງ​ຮ່າງກາຍ.

4. ໝາກ​ແອັບ​ເປິ​​ລ: ອຸດົມ​ດ້ວຍ​ໂພ​ແທັດ​ຊຽມ ທາດ​ເຫຼັກ ແມັກ​ນີ​ຊຽມ ວີ​ຕາ​ມິນB1 B2 ແລະ B6 ຊ່ວຍ​ລ້າງ​ສານພິດ​ອອກ​ຈາກ​ຕັບ ແລະ ໝາກ​ໄຂ່ຫຼັງ ຍັງ​ມີ​ສານ​ຕ້ານ​ອະນຸ​ມູນ​ອິດ​ສະລະ ກົດ​ຢູ​ລິກ ກົດ​ແທນ​ນິກ ແລະ ເສັ້ນ​ໃຍ​ເພັກ​ຕິນ ຮັກສາ​ຄວາມ​ສະອາດ​ກະເພາະ​ອາຫານ​ແລະ​ລຳ​ໄສ້​ໄດ້​ດີ​ທີ່​ສຸດ.

5. ໝາກ​ອາ​ໂວ​ກາ​ໂດ: ນວນ​ຂອງ​ໝາກ​ອາ​ໂວ​ກາ​ໂດ ຈະ​ຊ່ວຍ​ກຳຈັດ​ອາຫານ​ທີ່​ເສດ​ເຫຼືອ​ຕົກ​ຄ້າງ​ຢູ່​ໃນ​ລຳ​ໄສ້​ໃຫຍ່ ເຊິ່ງ​ເປັນ​ສາເຫດ​ສຳຄັນ​ຂອງ​ກິ່ນ​ປາກ ແລະ ຍັງ​ເປັນ​ອາຫານ​ທີ່​ອຸດົມ​ດ້ວຍ​ວິຕາມິນ​ຫຼາຍ​ຊະນິດ ເປັນສານ​ຕ້ານ​ອະນຸ​ມູນ​ອິດສະຫຼະ ທີ່​ຊ່ວຍ​ຢັບ​ຢັ້ງ​ເຮັດ​ໃຫ້​ຮ່າງກາຍ​ໜຸ່ມ​ກ່ອນ​ໄວ.

6. ໝາກກ້ຽງ: ນອກຈາກ​ອຸດົມ​ດ້ວຍ​ວິຕາມິນC ແລ້ວ ຍັງ​ຊ່ວຍ​ຫຼຸດ​ການ​ອັກເສບ ປ້ອງ​ກັນ​ເຊື້ອ​ແບັກ​ທີ​ເລຍ​ຊ່ວຍ​ຮັກສາ​ຄວາມ​ສົມ​ດູນ​ແບັກ​ທີ​ເລຍ​ໃນ​ລຳ​ໄສ້ ແລະ ຫຼຸດ​ອາການ​ທ້ອງ​ຜຸ ເຊິ່ງ​ເປັນ​ສາເຫດ​ຂອງ​ກິ່ນ​ປາກ.

Cr.https:www.vientianemai.net/khao/18359.html
ຮູບພາບ: https://www.samunpri.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້