ອົງການກາແດງລາວ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມມື ດ້ານວຽກງານອາສາສະມັກຊາວໜຸ່ມ

ທາງອົງການກາແດງລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ລົງນາມບົດບັນທຶກຊົງຈຳການຮ່ວມມື ໃນດ້ານການເຄື່ອນ ໄຫວອາສະສະໝັກຊາວໜຸ່ມ, ເພື່ອປະກອບສ່ວນ ໃນການຊ່ວຍເຫລືອ ປະຊາຊົນຜູ້ທຸກຍາກໄລຍະ 2018-2020, ຈັດຂຶ້ນທີ່ຫ້ອງປະຊຸມສູນກາງຊາວໝຸ່ມປະ ຊາຊົນປະຕິວັດລາວ.

ໃນພິທີລົງນາມບົດບັນທຶກດັ່ງກ່າວ, ໂດຍທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ແລະ ທ່ານ ອະລຸນໄຊ ສູນນະລາດ ກຳມະການສຳຮອງສູນພັກ, ເລຂາຄະນະບໍລິຫານງານສູນຊາວໜຸ່ມ ປະຊາຊົນປະຕິວັດລາວ, ພ້ອມດ້ວຍຜູ້ຄະນະສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ຈຸດປະສົງ ການລົງນາມໃນບົດບັນທຶກຄັ້ງນີ້, ສອງຝ່າຍຈະເພີ່ມທະວີການພົວພັນການຮ່ວມມື ໃນການເຄື່ອນໄຫວວຽກງານກາແດງ, ເປັນເຈົ້າການໃນການປຸກລະດົມຂົນຂວາຍ, ການສ້າງກອງອາສາສະໝັກຕະຫລຸມບອນ ເຂົ້າໃນວຽກງານມະນຸດສະທຳ ເພື່ອຊ່ວຍເຫລືອສັງຄົມ ໃນການປະກອບສ່ວນວຽກງານ ບໍລິຈາກເລືອດຢ່າງແຂງແຮງ, ຈະມີການແລກປ່ຽນບົດຮຽນ ທັງສອງຝ່າຍໃນແຕ່ລະປີ, ແຕ່ງຕັ້ງວິຊາການລົງໃກ້ສິດຕິດແທດ ໃນດ້ານວິຊາການ, ສ້າງຄວາມເຂັ້ມແຂງໃຫ້ຄະນະ, ຊຸມຊົນກຽມພ້ອມຮັບມື ຕອບໂຕ້ກັບໄພພິບັດທຳມະຊາດ ແລະ ມະນຸດສ້າງຂຶ້ນ, ສ້າງຂະບວນການຊ່ວຍເຫລືອ ຜູ້ປະສົບອຸປະຕິເຫດຕາມຖະໜົນ ແລະ ປູກຈິດສຳນຶກ ໃນການຂັບຂີ່, ຊາວໜຸ່ມ ຕ້ອງເປັນຕົວແທນ ໃນການປ່ຽນແປງພຶດຕິກຳ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ, ປະກອບສ່ວນປຸກລະດົມທຶນ ຮອນຊ່ວຍເຫລືອສັງຄົມ, ສ້າງໂຄງການຮ່ວມກັນ ໃນການພັດທະນາອາສາສະໝັກຊາວໜຸ່ມ, ຝຶກອົບ ຮົມຍົກລະດັບໃຫ້ອາສາສະໝັກຊາວໜຸ່ມ, ຖອດຖອນແລກປ່ຽນບົດຮຽນຮ່ວມກັນ, ຕັ້ງຄ້າຍສຳລັບອາ ສາສະໝັກຊາວໜຸ່ມ 1 ຄັ້ງຕໍ່ປີ, ຈະມີການທັດສະນະສຶກສາ ຖອດຖອນບົດຮຽນໃນຕ່າງປະເທດ ຕາມຄວາມສາມາດ, ເວລາພັກຮຽນ ໃຫ້ຊາວໜຸ່ມໄດ້ຮຽນຮູ້ສິ່ງທີ່ເປັນປະໂຫຍດ ເພື່ອພັດທະນາເຂົາເຈົ້າຊ່ວຍສັງຄົມ ແລະ ທັງສອງຝ່າຍຈະອຳນວຍຄວາມສະດວກ ໃຫ້ແກ່ອົງການກາແດງລາວ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ບັນດາແຂວງ ແລະ ນະຄອນຫລວງ ເພື່ອເພີ່ມທະວີການຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...