Tuesday, February 11, 2025

ດ່ວນ! ພາກສ່ວນທີ່ກ່ຽວຂ້ອງ ໄດ້ໂຈະການນຳເຂົ້າຊົ່ວຄາວ ຜະລິດຕະພັນໝູທຸກຊະນິດ ຈາກ ສ.ປ ຈີນ.

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງ ສະບັບເລກທີ 0945/ກປ, ລົງວັນທີ 05 ກັນຍາ 2018 ການກ່ຽວກັບການໂຈະຊົ່ວຄາວ ການນຳເຂົ້າໝູຊີ້ນ, ໝູພໍ່-ແມ່ພັນ, ໝູນ້ອຍ ແລະ ຜະ ລິດຕະພັນຊີ້ນໝູທຸກຊະນິດ ຈາກ ສປ ຈີນ ເຂົ້າສູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ພະຍາດອະຫິວາໝູອາຟຣິກາ ແຜ່ລະບາດເຂົ້າສູ່ ສປປ ລາວ, ເນື່ອງຈາກພະຍາດດັ່ງກ່າວ, ຍັງບໍ່ທັນມີຢາປ້ອງກັນ ແລະ ປິ່ນປົວເທື່ອ.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການ ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບບັນດາດ່ານຊາຍແດນ ເຜີຍແຜ່ແຈ້ງເຕືອນໃຫ້ເຈົ້າໜ້າທີ່, ຜູ້ປະກອບການ ຈົນຮອດປະຊາຊົນ ຮັບຊາບຢ່າງທົ່ວເຖິງ; ສຳລັບແຂວງ ທີ່ມີຊາຍແດນຕິດຈອດກັບ ສປ ຈີນ ເຊັ່ນ: ແຂວງຫລວງນ້ຳທາ, ອຸດົມໄຊ ແລະ ແຂວງຜົ້ງສາລີ ຢຸດການນຳເຂົ້າຊົ່ວຄາວ ຜະລິດຕະພັນໝູທຸກຊະນິດ ຈາກ ສປ ຈີນ ເຂົ້າມາບໍລິໂພກ ຫລື ມາລ້ຽງພາຍໃນປະເທດ; ມອບໃຫ້ພະແນກກະສິກຳ ແລະ ປ່າ ໄມ້ ນະຄອນຫລວງວຽງຈັນ ແລະ ແຂວງ ສົມທົບກັບຂະແໜງການກ່ຽວຂ້ອງ ສ້າງແຜນດຸ່ນດ່ຽງຄວາມຕ້ອງການໃນການຜະລິດໝູພາຍໃນ ເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ໃນກໍລະນີ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ກວດພົບເຫັນຜູ້ລະເມີດ ຝ່າຝືນນຳເຂົ້າ ຫລື ລັກລອບນຳເຂົ້າຜະລິດຕະພັນໝູທຸກຊະນິດຈາກ ສປ ຈີນ, ເຈົ້າໜ້າທີ່ຈະປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: