ເປີດ​ໂຕ ລົດຮອນດ້າ HR-V 2018 ຮູບໂສມໃໝ່ ປະຢັດນ້ຳມັນແລະເປັນມິດຕໍ່ສິ່ງແວດລ້ອມ

ອ້າຍ​ອາ​ທິດ​ຜ່ານ​ມາ ທີ່ ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ກຸ່ມບໍລິສັດ ນິວຈິບເຊັງ ໄດ້ນຳສະເໜີລົດ ຮອນດ້າ HR-V 2018 ໃໝ່ລ້າສຸດ (New Honda HR-V 2018) ມາຈຳໜ່າຍໃນຕະຫລາດ ສປປ ລາວ,ເປັນລົດທີ່ມີຮູບຊົງ​ສະປອດ ພ້ອມ​ການ​ອອກ​ແບບ​ທີ່​ໂດດ​ເດັ່ນ ແລະ ມີ​ເທັກ​ໂນ​ໂລ​ຊີ​ ຄວາມ​ປອດ​ໄພທີ່ທັນສະ​ໄໝ ທັງ​ເປັນ​ມິດ​ຕໍ່​ສິ່ງ​ແວ​ດລ້ອມ ດ້ວຍ​ນະ​ວັດຕະ​ກຳ Eco Assist ລະບົບ​ຊ່ວຍ​ການ​ຂັບ​ຂີ່​ແບບ​ປະຢັດ​ນ້ຳມັນ ທີ່​ເຮັດ​ໃຫ້​ໃຊ້​ພະລັງງານ​ໄດ້​ຢ່າງ​ມີ​ປະສິດທິພາບ.

ລົດ New Honda HR-V 2018 ຮູບ​ໂສມ​ໃໝ່​ນີ້, ​ແມ່ນມີ​ຄວາມ​ແຮງ 1.8 ລິດ i-VTEC 141 ​ແຮງ​ມ້າ, ພ້ອມ​ລະບົບ​​ເກຣຍ CVT ​ໃໝ່​ ຕອບ​ສະໜອງ​ໄດ້​ດັ່ງ​ໃຈ ກັບ​ລະບົບ​ຄວບ​ຄຸມ​ການ​ປ່ຽນ​ແປງ​ເກຣຍ 7 Speed Paddle Shift, ​ໄຟ​ໜ້າ​ແບບ LED, ​ໄຟ​ທ້າຍ​ແບບ​ເສັ້ນ Tube LED, ມີ​ພື້ນ​ທີ່​ເກັບ​ເຄື່ອງ​ໄດ້​ຫລາຍ ​ແລະ ຊ່ວງ​ລ່າງ​ ມີ​ຄວາມ​ແຂງ​ແກ່ນ ​ເໝາະ​ກັບ​ທຸກ​ສະພາບ​ຖະໜົນ.

ລົດ New Honda HR-V 2018 ຂາຍ​​ໃນ​ລາຄາ 262.100.000 ກີບ ມີ​ໃຫ້​ເລືອກ​ທັງ​ໝົດ 6 ສີ ມີ ສີ​ແດງ​ເພດ​ຊັນ, ສີຂາວ​ ທາ​ເຟດຕ້າ, ສີ​ບອນ​ລູນ່າ, ສີ​ເທົາ​ໂມ​ເດິ​ນ, ສີ​ເທົາ​ຮູດ​ແບັດ ​ແລະ ສີຟ້າ​ສະປອດ. ສໍາລັບລູກ​ຄ້າ​ທ່ານ​ໃດ ທີ່​ຊື້​ລົດ​ New Honda HR-V 2018 ​ຕັ້ງ​ແຕ່​ມື້​ນີ້ ຈົນ​ເຖິງ​ວັນທີ 7 ຕຸລາ 2018 ​ຈະໄດ້ຮັບ​ສ່ວນ​ຫລຸດ ​ເຖິງ 16 ລ້ານ​ກີບ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ທາງ​ບໍລິສັດ ຍັງ​​ແຖມ​ຕິດ​ຟີມ, ນ້ຳມັນ​ເຕັມ​ຖັງ ​ແລະ ອື່ນໆ​ອີກ​ຫລາຍ​ຢ່າງ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...