ແຂວງໄຊສົມບູນໄດ້ຈັດພິທີມອບ-ຮັບງົວແມ່ພັນພື້ນເມືອງລາວໃຫ້ແກ່ປະຊາຊົນ ບ້ານອອມ ແລະ ບ້ານກໍໄຮ່ເມືອງອານຸວົງ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ, ມີ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາພັດທະນາ 3 ຈຸດສຸມແຂວງໄຊສົມບູນ, ມີບັນດາທ່ານຄະນະ ການນໍາພະແນກຂັ້ນແຂວງ, ເມືອງ...
ທ່ານ ພັນໂທ ສຳລີ ໂພທິສານ ຫົວໜ້າດ່ານສາກົນລະໄລໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນທ້າຍເດືອນທີ່ຜ່ານມານີ້ວ່າ: ດ່ານສາກົນລະໄລແມ່ນໂຄງປະກອບລະ ຫວ່າງຊາຍແດນປະເທດເປັນຕົວແທນທ້ອງຖິ່ນໃນການປະຕິບັດໜ້າທີ່ພັນທະສາກົນ, ພ້ອມທັງເຮັດໜ້າທີ່ປ້ອງກັນຄວາມສະຫງົບສຸກ, ຄວາມປອດໄພລະຫວ່າງຊາດ, ດ້ານລະໄລສາກົນປະກອບມີ 10 ຂະແໜງການ, ມີພະນັກ ງານທັງໝົດ 90 ຄົນ, ຍິງ 7 ຄົນ, ໃນໄລ ຍະຜ່ານມາດ້ານລະໄລສາກົນກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ ແນວຄິດໃຫ້ແກ່ບັນດາສະມາຊິກພັກ, ພະນັກງານລັດຖະກອນຢ່າງເປັນປົກກະຕິ, ພ້ອມທັງເຊື່ອມຊຶມມະຕິ, ຄຳສັ່ງຕ່າງໆຂອງພັກວາງອອກໃນແຕ່ລະໄລຍະ,...
ຈາກກໍລະນີບໍລິສັດ ຜະລິດໄຟຟ້າ-ລາວ ມະຫາຊົນ ( EDL ) ເຊິ່ງເປັນຜູ້ຮັບຊື້ໄຟຟ້າ ໄດ້ສົ່ງໜັງສືແຈ້ງເຖິງຜູ້ຜະລິດໄຟຟ້າ ທີ່ຂາຍໃຫ້ກັບລາວ ໂດຍຈະຂໍປັບປ່ຽນການຈ່າຍເງິນຄ່າໄຟຟ້າໃໝ່ ເນື່ອງຈາກລັດຖະບານປະສົບບັນຫາບໍ່ມີເງິນມາຈ່າຍໃຫ້ ແລະ ຂໍໃຫ້ພິຈາລະນາຢູູ່ 2 ເງື່ອນໄຂດັ່ງນີ້: ໂດຍໄລຍະສັ້ນ ແມ່ນ ຊະລໍການຈ່າຍເງີນ ຈົນກວ່າທາງບໍລິສັດຈະປັບໂຄງສ້າງໜີ້ໃຫມ່ໃຫ້ແລ້ວໃນອີກ 3-4 ເດືອນ ແລະ ຂໍປ່ຽນມາຈ່າຍເງິນກີບແທນການຈ່າຍເງິນໂດລາ, ໄລຍະຖັດໄປ ແມ່ນຂໍໃຫ້ລົດຜົນຕອຍແທນລົງທຶນລົງເຫຼືອ 8% ແລະ ລົດລາຄາ ( Take or Pay ) ປ່ຽນລາຄາໄຟຟ້າຕະຫຼອດສັນຍາໃໝ່ ປ່ຽນຈາກຊື້ລາຄາແພງເປັນມາຊື້ໃນລາຄາຖືກແທນ
ນະຄອນຫຼວງວຽງຈັນ (ນວ) ໄດ້ສຳເລັດການເຕົ້າໂຮມເອົາບັນດາເຂດເສດຖະກິດພິເສດ (ຂພສ) ທີ່ມີຢູ່ໃນນະຄອນຫຼວງວຽງຈັນເຂົ້າໃນຄະນະບໍລິຫານ ແລະການຄຸ້ມຄອງເປັນອັນດຽວ, ເພື່ອສະດວກໃນການບໍລິຫານ ແລະພັດທະນາໃຫ້ໄປຕາມທິດຄຸ້ມຄອງຂອງລັດຖະບານຊຶ່ງພິທີມອບ-ຮັບການບໍລິຫານ ແລະການຄຸ້ມຄອງລະຫວ່າງຄະນະສະພາບໍລິຫານ ຂພສ ໃນນະຄອນຫຼວງວຽງຈັນ ແລະຄະນະຄຸ້ມຄອງ ຂພສ ນວ ໄດ້ມີຂຶ້ນທີ່ ຂພສ ບຶງທາດຫຼວງໂດຍແມ່ນທ່ານ ສຸບັນ ຈຸນລະຊາ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ແລະມອບໂດຍບັນດາຜູ້ຕາງໜ້າເຂດຕ່າງໆ, ມີທ່ານ ນາງ...