Sunday, May 25, 2025
Kbank Laos โอน รับ จ่าย

4 ແຂວງພາກເໜືອ ຫາລືການປັບປຸງ ຫົວໜ່ວຍທຸລະກິດ ທ່ອງທ່ຽວ

ຕາງ​ໜ້າ​ກະ​ຊວງ ຖວ​ທ 4 ແຂວງພາກເໜືອ: ແຂວງບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ ແລະ ແຂວງຜົ້ງສາລີ ​ໄດ້​ເຂົ້າ​ຮ່ວມກອງປະຊຸມ​ປູກຈິກສຳນຶກ ​ແລະ ປັບປຸງບັນດາຫົວໜ່ວຍທຸລະກິດ ​ໃນຂະ​ແໜງ​ການທ່ອງທ່ຽວ ​ເພື່ອ​ສົ່ງ​ເສີມປີທ່ອງ​ທ່ຽວ​ລາວ 2018 ​​ມື້​ວານນີ້ຢູ່​ແຂວງ​ບໍ່​ແກ້ວ ​ໂດຍ​ການ​ເຂົ້າ​ຮ່ວມ ຂອງທ່ານ ໄຊສົມບັດ ບູນນະຜົນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ.

​ກອງ​ປະຊຸມ ໄດ້ປຶກສາຫາລືມາດຖານໃນການຈັດສະຖານທີ່ ຮ້ານບັນເທີງ, ໂຮງແຮມ, ​ເຮືອນພັກ ທີ່ບໍ່ໄດ້ຕາມມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ໂດຍສະເພາະ ແມ່ນຫົວໜ່ວຍທຸລະກິດ ບໍລິການ ບັນເທີງ ຕ້ອງປະຕິບັດຄື: ສະຖານທີ່​ຕັ້ງຕ້ອງຫ່າງ ໄກຈາກສະຖານທີ່ການສຶກສາ, ໂຮງໝໍ, ສຳນັກງານຂອງລັດ ແລະ ສຳນັກງານອົງການຈັດຕັ້ງສາກົນ, ສາສະນະສະຖານ, ອະນຸສອນສະຖານ, ບູຮານສະຖານ, ປູຊະນິຍະສະຖານ, ຖໍ້າ, ສະຖານທີ່ສັກສິດ ແລະ ສະຖານທີ່ສຳຄັນອື່ນໆຂອງຊາດ 500 ແມັດ ຂຶ້ນໄປ; ບ່ອນຈອດລົດ ຂອງສະຖານທີ່ບັນເທີງ ຢູ່ພາຍໃນໂຮງແຮມ, ຣີສອດ, ຮ້ານອາຫານ ແລະ ພັດຕາຄານ ຕ້ອງມີເນື້ອທີ 600 ຕາແມັດຂຶ້ນໄປ; ການປຸກສ້າງ ຕ້ອງໄດ້ຮັບອະນຸຍາດ ຈາກຂະແໜງໂຍທາທິການ ແລະ ຂົນສົ່ງທີ່ກ່ຽວຂ້ອງ ແລະ ການຕົບແຕ່ງປະດັບປະດາ ຕ້ອງສອດ ຄ່ອງກັບມາດຕະຖານຂອງການບັນເທີງ ທີ່ໄດ້ກຳນົດໄວ້; ອຸປະກອນເຄື່ອງສຽງ ແລະ ພາບ ສຳລັບການບໍລິການບັນເທີງ ຕ້ອງຮັບປະກັນຄຸນນະພາບ, ມາດຕະຖານ ແລະ ມີຄວາມປອດໄພຮອບດ້ານ 100%; ຄວາມດັງຂອງສຽງ ຕ້ອງຕໍ່າກວ່າ 85 Decibel A (dB); ບໍ່ສົ່ງສຽງເນືອງນັນ ລົບກວນພາຍນອກ ຫລື ບໍລິເວນໄກ້ຄຽງ; ບໍ່ສົ່ງຜົນຮ້າຍ ຫລື ອັນຕະລາຍຕໍ່ລະບົບປະສາດ ແລະ ສຸຂະພາບ.

ການບໍລິການ ຕ້ອງມີຈັນຍາບັນ, ຕ້ອງຮັບປະກັນຄຸນນະພາບ, ມາດຕະຖານ, ຄວາມສະອາດ, ປອດໄພຮອບດ້ານຮ້ອຍສ່ວນຮ້ອຍ; ບໍລິການດ້ວຍຄວາມບໍລິສຸດສັດຊື່, ໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງ; ພະນັກງານບໍລິການຕ້ອງມີອາຍຸ 18 ປີຂຶ້ນໄປ ​ແລະ ຜູ້ໃຊ້ບໍລິການຕ້ອງ​ມີ ອາຍຸ 18 ປີຂຶ້ນໄປ, ຕ້ອງມີພະນັກງານຮັກສາຄວາມປອດໄພ ຕະຫລອດເວລາ​ ແລະ ອື່ນໆ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.