ບໍລິຄຳໄຊ ເອົາໃຈໃສ່ ຄວບຄຸມລາຄາສິນຄ້າ ໃນທ້ອງຕະຫລາດ

ແຂວງ​ບໍ​ລິ​ຄຳ​ໄຊ ​​ເປັນ​ແຂວງ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​​ຈາກໄພນໍ້າຖ້ວມ ຢ່າງຫລວງຫລາຍ ເນື້ອທີ່ດ້ານ​ກະ​ສິ​ກຳ​ ທາງ​ພາກ​ລັດ​ໄດ້​ຊ່ວຍ​ເຫລືອ, ຄວບ​ຄຸມ​ສິນ​ຄ້າ​ອຸ​ປະ​ໂພກ ແລະ ​ບໍ​ລິ​ໂພກ​ທີ່ຈຳເປັນ 8 ປະ​ເພດ​ສິນ​ຄ້າ ແລະ 23 ລາຍ​ການ​ຢູ່​ທ້ອງຕະຫລາດ ​ ​ບໍ່​ໃຫ້ມີການ​ຂຶ້ນ​ລາ​ຄາ​ສິນ​ຄ້າຢ່າງເດັດຂາດ.

ຜ່ານການ​ລົງ​ກວດ​ກາ​ຕົ​ວ​ຈິງຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ແຂວງ ​ເຫັນ​ວ່າ​ ຜູ້​ປະ​ກອບ​ການ​ຄ້າ-ຂາຍ​ ​ໄດ້​ປະ​ຕິ​ບັດ​ຕາມ​ແຈ້ງ​ການກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ຄວບ​ຄຸມ​ລາ​ຄາ​ສີນ​ຄ້າ ​ໄດ້​ເປັນ​ຢ່າງ​ດີ ແລະ ຂາຍຕາມ​ລາ​ຄາ​ຂອງ​ລັດ​ທີ່ໄດ້​ກຳນົດ​ຄື: ​ລາ​ຄາ​ຊີ້ນ​ງົວ 1 ກິ​ໂລ 75.000 ກີບ, ຊີ້ນ​ຄວາຍ 1 ກິ​ໂລ 70.000 ກີບ, ຊີ້ນ​ໝູ 30.000 ກີບ ແລະ ປາ​ນິນ 1 ກິ​ໂລ 17​.000-18.000 ກີບ, ເຂົ້າ​ສານ 1 ກິ​ໂລ 5.000-7.500 ກີບ, ເຂົ້າ ​ໜຽວ​ສຸກ 1 ກິ​ໂລ 10.000-15.000 ກີບ, ພືດ​ຜັກ​ສວນ​ຄົວ​ ​​ແມ່ນລາ​ຄາ​ປົກ​ກະ​ຕິ​ ຕາມ​ທ້ອງ​ຕະຫລາດ​ທົ່ວ​ໄປ, ສ່ວນ​​ປະ​ເພດສິນຄ້າ​ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​, ເຄື່ອງວັດ​ສະ​ດຸການກໍ່​ສ້າງ​ ແລະ ອາ​ຫານ​ຕາມ​ສັ່ງ​ຢູ່​ຮ້ານ​ອາຫານ ໃນ​ເທ​ສະ​ບານ​ເມືອງ​ປາກ​ຊັນ​​ ​ແມ່ນລາ​ຄາປົກກະຕິ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...