ຈາກທີ່ມີຂ່າວວ່າ ຄົນລາວເຮົາ ຂັບລົດຫຼູໄປຊື້ຫວຍຢູ່ໃນຈງັຫວັດອຸດອນ, ປະເທດໄທ ແລ້ວຖືກລາງວັນ 90 ລ້ານນັ້ນ, ເຮັດໃຫ້ເກີດສຽງວິພາກວິຈານ ເຖິງຄວາມເປັນໄປໄດ້ທີ່ວ່າ ຂ່າວນີ້ອາດຈະປອມ! ເພາະວ່າຂ່າວໃນລັກສະນະນີ້ໃນປະເທດໄທ ເຈົ້າຂອງຮ້ານຂາຍຫວຍມັກໃຫ້ຂໍ້ມູນຕົວະຕະຫຼອດ!

ນອກຈາກນີ້,ຍັງມີຜູ້ສະແດງຄວາມຄິດເຫັນອີກວ່າ ຂ່າວນີ້ບໍ່ໜ້າຈະເປັນຄວາມຈິງ ເພາະວ່າທາງລັດຖະບານໄທໃຫ້ແຍກຂາຍຫວຍ ເນື່ອງຈາກ,ຕ້ອງການໃຫ້ແຈກຢາຍໄປຫຼາຍຈັງຫວັດ ຖ້າໃຜຝ່າຝືນຈະຖືກຕັດອອກຈາກໂຄວ໌ຕ້າ ບໍ່ໄດ້ຂາຍອີກຕະຫຼອດໄປ.

ຄົນລາວຈຳນວນໜຶ່ງ ເຫັນວ່າ ຜູ້ຈຳໜ່າຍຫວຍລາຍນີ້ ອາດຈະເຮັດໄປພຽງແຕ່ຕ້ອງການສ້າງກະແສ ແບບດຽວກັບລາຍອື່ນທີ່ຜ່ານມາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຢ່າງໃດກະຕາມ, ຈາກເວບໄຊຂ່າວໄທລັດ ລາຍງານຈາກສຳນັກງານສະຫຼາກກິນແບ່ງລັດຖະບານ ຢືນຢັນວ່າ ຜູ້ໂຊກດີທີ່ຖືກຫວຍລາງວັນທີ່ 1 ງວດວັນທີ່ 1 ຕຸລາ 2018 ໝາຍເລກ 452643 ຈຳນວນ 15 ສະບັບ ລວມເປັນເງິນ 90 ລ້ານບາດນັ້ນ ມາຮັບເງິນໄປເປັນທີ່ຮຽບຮ້ອຍແລ້ວ ໂດຍສຳນັກງານສະຫຼາກ ໄດ້ຈ່າຍເງິນລາງວັນທີ່ຫັກພາສີ 0.5 ເປີເຊັນ ແລ້ວຈົດເຊັກທະນາຄານກຸງໄທມອບໃຫ້ໄປ. 

ຜູ້ສື່ຂ່າວໄທ ໄດ້ສອບຖາມໄປຍັງຜູ້ບໍລິຫານລະດັບສູງຂອງສຳນັກງານສະຫຼາກຕື່ມ ວ່າ ຄົນທີ່ຖືກລາງວັນເປັນຄົນສັນຊາດລາວຫຼືບໍ່? ຜູ້ບໍລິຫານຕອບວ່າ ແມ່ນ! ແຕ່ບໍ່ສາມາດໃຫ້ລາຍລະອຽດ ຫຼືເປີດເຜີຍລາຍຊື່ໄດ້ ເນື່ອງຈາກວ່າ ເປັນຄວາມລັບ

ເພາະວ່າທີ່ຜ່ານມາ ສະຫຼາກກິນແບ່ງລັດຖະບານ ໄດ້ຮັບຄວາມສົນໃຈຈາກປະຊາຊົນທັງຄົນໄທ ແລະຄົນຕ່າງຊາດ ໂດຍສະເພາະປະເທດເພື່ອນບ້ານ ທີ່ມີຊາຍແດນຕິດກັບໄທ ລວມເຖິງແຮງງານຕ່າງດ້າວທີ່ເຂົ້າມາເຮັດວຽກໃນປະເທດໄທ ຈຶ່ງມີຄົນຕ່າງຊາດ ເຊັ່ນ ຄົນມຽນມາ ຖືກລາງວັນທີ່ 1 ໄປແລ້ວຫຼາຍຄົນ.

Cr.Thairath

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້