ຊ່ວງນີ້, ອາ​ກາດ​ມີ​ການ​ປ່ຽນ​ແປງ​ໄວ​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ອາ​ການ​ເຈັບ​ໄຂ້​ໄດ້​ປ່ວຍ ໃນ​ນັ້ນ, ໄຂ້​ຫວັດ​ແມ່ນ​ພະ​ຍາດໜຶ່ງ​ທີ່​ປະ​ຊາ​ຊົນຄົນລາວ​ເປັນ​ຫຼາຍ ດັ່ງ​ນັ້​ນ, ຜູ້​ຂຽນ​ໄດ້​ນຳ​ເອົາ​ສະ​ໝຸນ​ໄພ​ບ້ານ​ເຮົາ ທີ່​ດີ​ແລະ​ມີ​ຄຸນ​ຄ່າ​ພ້ອມ​ກັບ​ຫາ​ໄດ້​ງ່າຍ ​ມາ​ຝາກ​ທ່ານ​ຜູ້​ອ່ານ.

ໃບ​ກະ​ເພົາ: ເມ​ນູ​ອາ​ຫານ​ທີ່​ໃສ່ຜັກ​ກະ​ເພົາ​ ແມ່ນມີ​ສັບ­ພະ​ຄຸນ​ທາງ​ຢາ ເພາະໃບ​ກະ​ເພົາ ເປັນ​ຢາ­ພື້ນ­ເມືອງ ຊ່ວຍ​ເສີມ​ສ້າງ​ພູມ​ຕ້ານ­ທານ​ໃຫ້​ແຂງ­ແຮງ ພ້ອມຍັງ​ແກ້​ໄອ ແກ້​ຫວັດ ແກ້​ທ້ອງ​ອືດ ຄາຍ​ຄຽດ ແກ້​ອັກ­ເສບ ແລະ ມີ​ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ .

ໝາກ​ສົ້ມ­ພໍ­ດີ: ເປັນ​ຢາ­ພື້ນ­ເມືອງ ທີ່​ເຕັມ​ໄປ​ດ້ວຍ​ວິດ​ຕາ​ມິນ​ຊີ ເໝາະ​ສຳ­ລັບ​ຜູ້​ທີ່​ມີ​ຄວາມ­ດັນ­ເລືອດ­ສູງ ແລະ ມີ​ສັບ­ພະ​ຄຸນ​ຕ້ານ​ຫວັດ ແກ້​ໄຂ້ ແກ້​ໄອ ຂັບ​ປັດ­ສາ­ວະ. ສານ​ແອນ​ໂຖ​ໄຊ​ຍາ​ນິນ ໃນ​ສົ້ມ­ພໍ­ດີ ມີ​ລິດ​ຕ້ານ​ເຊື້ອ​ໄວ​ຣັດ​ໂດຍ​ກົງ ແລະ ຫຼຸດ​ປະ­ລິ­ມານ​ໄວ​ຣັດ​ເຂົ້າ​ສູ່​ຮ່າງ­ກາຍ ແລະ ຊ່ວຍ​ເພີ່ມ​ພູມ​ຕ້ານ­ທານ ແລະ ຍັງ​ເຊື່ອ​ອີກ​ວ່າ­ການ​ຮັບ​ປະ­ທານ​ຜັກ ແລະ ໝາກ​ໄມ້​ທີ່​ມີ​ສານ​ດັ່ງ­ກ່າວ ຈະ​ຊ່ວຍ​ຫຼຸດ​ການ​ຕິດ­ເຊື້ອ ຫຼຸດ​ປະ­ລິ­ມານ​ເຊື້ອ ໄວ​ຣັດ​ໄຂ້­ຫວັດ­ໃຫຍ່​ສາຍ​ພັນ​ຕ່າງໆ ໃດ້ ໂດຍ ສານ​ແອນ​ໂຖ​ໄຊ​ຍາ​ນິນ ສາ­ມາດ​ຫາ​ໃດ້​ຈາກ​ພືດ​ຫຼາຍ​ຊະ­ນິດ ເຊັ່ນ: ໝາກ­ເຂືອ​ສີ­ມ່ວງ ກະ​ລ່ຳ​ສີ­ມ່ວງ ໝາກ​ກຽງ ຫຼື​ຈາກ​ໝາກ​ໄມ້​ທີ່​ມີ​ສີ­ແດງ​ຢ່າງ ໝາກ​ພິ­ລາ ແລະ ໝາກ​ຫວ້າ .

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໝາກ​ຂາມ­ປ້ອມ: ຈະ​ມີ​ລົດ​ສົ້ມ​ເຂັດ­ແຂ້ວ ອຸ­ດົມ​ດ້ວຍ​ວິດ​ຕາ​ມິນ C ສູງ ຄົນ​ສະ­ໄໝ​ກ່ອນ​ນິ­ຍົມ​ມາ​ໃຊ້​ເປັນ​ຢາ ປິ່ນ­ປົວ ແລະ ໃຊ້​ເປັນ​ຢາ​ອາ­ຍຸ­ວັດ­ທະ­ນະ ມີ​ສັບ­ພະ​ຄຸນ​ແກ້​ໄອ ບຳ­ລຸງ​ສຽງ ເຮັດ​ໃຫ້​ຊຸ່ມ​ຄໍ ເພີ່ມ​ພູມ​ຕ້ານ­ທານ ແລະ ມີ​ສານ​ໂພ​ລີ​ຟີ​ນ່ອນ ທີ່​ອອກ​ລິດ ຄື​ວິດ​ຕາ​ມິນC ປັດ­ຈຸ­ບັນ​ພົບ​ວ່າ ສານ​ຊະ­ນິດ​ນີ້ ມີ​ລິດ​ຕ້ານ​ໄວ​ຣັດ​ໄຂ້­ຫວັດ­ໃຫຍ່​ອີກ​ດ້ວຍ.

Cr.VientianeMai
ພາບປະ​ກອບ: http://static.asianetnews.com/

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້