ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ຮ່ວມກັບ ຂະແໜງການກ່ຽວຂ້ອງ ຈັດກອງປະຊຸມປືກສາຫາລື ວຽກງານການ ຄຸ້ມຄອງກິດຈະການລ້ຽງປາກະຊັງ ແລະ ຮ້ານອາຫານເຮືອນແພ ທີ່ດຳເນີນທຸລະກິດຢູ່ໃນສາຍນ້ຳງື່ມ ເພື່ອຕິດຕາມແກ້ໄຂບັນຫາ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການລົງທຶນ ໃຫ້ຖືກຕ້ອງຕາມລະບຽບການ.

ກອງປະຊຸມ​ປຶກສາ​ຫາລື ກ່ຽວກັບວຽກງານການຄຸ້ມຄອງ ກິດຈະການລ້ຽງປາກະຊັງ ແລະ ຮ້ານອາຫານເຮືອແພ ທີ່ດຳເນີນທຸລະກິດຢູ່ໃນສາຍນ້ຳງື່ມ ເຂດເມືອງໄຊທານີ ນະຄອນຫລວງ​ວຽງຈັນ, ເພື່ອ​ແກ້​ໄຂ​ບັນຫາ ຈັດ​ລະບຽບ​ໃນການລ້ຽງປາກະຊັງ ຂອງກຸ່ມທຸລະກິດ ທີ່ສົ່ງຜົນກະທົບຕໍ່ຄຸນນະພາບນໍ້າ ກໍຄື ການດຳລົງຊີວິດຂອງປະຊາຊົນ ທີ່ອາໃສຢູ່ສາຍນ້ຳງື່ມ ເຂດກຸ່ມທ່າງ່ອນ ເຊັ່ນ: ມີການຖິ້ມປາຕາຍ, ຂີ້ເຫຍື້ອຊະຊາຍຕາມແຄມນ້ຳ ເຮັດໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ອື່ນໆ.

ທຸລະ​ກິດ​ເຮືອນ​ແພ ໄດ້​ຮັບ​ຄວາມ​ນິຍົມຫລາຍ​ພໍ​ສົມ​ຄວນ ​​​ກຸ່ມທ່າງ່ອນມີທັງໝົດ 9 ກິດຈະການ ກິດຈະການ ເຮືອນແພ ລາວເດີມ ​ແລະ ເຮືອແພ ອຸ່ນຄຳ ປະກອບມີແພນຳທ່ຽວ 13 ລຳ, ກິດຈະການ​ແມ່ນ ເປັນຂອງຄົນລາວ 100% ນອກ​ນັ້ນ​ ຍັງ​ມີ​ກິດຈະການລ້ຽງ ປາກະຊັງຂອງຄົນ​ຈີນ ປະກອບ ມີ ຟາມ ປາກະຊັງ ອາຮົວ, ອາລ່ຽງ, ອາເຊີນ, ເປັງຊັງ ເກີນ, ຈູນຮູ, ອາເຊີນມິງ ແລະ ຟາມປາກະຊັງ ລິນຮຸຍ ​ໃນ​ນັ້ນລວມມີ 405 ກະຊັງ ມີປາຫລາຍ​ກວ່າ 1 ລ້ານໂຕ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Cr.KPL

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້