ແຂວງອຸດົມໄຊ ຍົກລະດັບດ້ານການບໍລິການ ອາຫານສະອາດ-ປອດໄພ ​ໃຫ້ແກ່ຜູ້ປະກອບການ

ທາງ​ແຂວງໄດ້ເປີດຊຸດອົບຮົມ ການບໍລິການອາຫານສະອາດ ແລະ ປອດໄພ ໃຫ້ແກ່ບັນດາຜູ້ປະກອບການ, ຜູ້ບໍລິການ ຢູ່ບັນດາຮ້ານອາຫານ, ເຮືອນພັກ, ໂຮງແຮມ ແລະ ຣີສອດຕ່າງໆ ທົ່ວເທດສະບານແຂວງ ​ແນ​ໃສ່ເຮັດໃຫ້ວຽກງານ ການບໍລິການຢູ່ພາຍໃນແຂວງອຸດົມໄຊ ໄດ້ຮັບການພັດທະນາ, ຍົກລະດັບ ທັງດ້ານຄຸນນະພາບ ໃຫ້ນັບມື້ນັບດີ ຂຶ້ນເທື່ອລະກ້າວ.

ເພື່ອຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດ ໃຫ້ແກ່ບັນດາຜູ້ປະກອບການ ແລະ ຜູ້ບໍລິການດ້ານອາຫານ, ຢູ່ບັນດາຮ້ານອາຫານ, ເຮືອນພັກ,ໂຮງແຮມ ແລະ ຣີສອດ ຕ່າງໆທົ່ວແຂວງອຸດົມໄຊ ໃນການບໍລິການອາຫານ ລວມທັງເຄື່ອງດື່ມຕ່າງໆ ທີ່ມີຄວາມສະອາດ ແລະ ປອດໄພ ໃຫ້ແກ່ນັກທ່ອງທ່ຽວ ກໍຄື ບັນດາລູກຄ້າທົ່ວໄປ ແນ່ໃສ່ຮັບ ປະກັນຄວາມພ້ອມ ຂອງພະນັກງານບໍລິການ ໂດຍສະເພາະແມ່ນໃນ ຂະແໜງ ທ່ອງທ່ຽວ ໃຫ້ສາມາດບໍລິການທີ່ມີຄວາມປອດໄພຕໍ່ສຸຂະພາບ ແລະ ເກີດຄວາມປະທັບໃຈແກ່ນັກທ່ອງທ່ຽວ ທັງ ເປັນການຊຸກຍູ້ສົ່ງເສິີມກິດຈະກຳ ປີທ່ອງທ່ຽວລາວ 2018 ອີກ​ດ້ວຍ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.