ເຊີນຊວນເຂົ້າທ່ຽວຊົມ ງານວາງສະແດງລົດນາໆຊາດວຽງຈັນ

ງານ​ວາງ­ສະ­ແດງ​ລົດ​ນາໆຊາດ​ວຽງ​ຈັນ ຄັ້ງ​ທີ 3 ຈັດ​ຂຶ້ນ​ວັນ​ທີ 1 ຕຸ­ລາ 2018 ທີ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ນະ­ຄອນ­ຫຼວງ​ວຽງ​ຈັນ ງານນີ້, ຈະ​ດຳ­ເນີນ​ໄປ​ຮອດ​ວັນ​ທີ 7 ຕຸ­ລາ 2018 ພາຍ​ໃຕ້​ແນວ​ຄິດ “ການ​ເດີນ­ທາງ​ທີ່​ຍິ່ງ​ໃຫຍ່​ໃນ​ລາວ” ເຊິ່ງ​ມີ​ຄ້າຍ​ລົດ​ເຂົ້າ​ຮ່ວມ​ວາງ­ສະ­ແດງ 14 ກຸ່ມ ຍີ່­ຫໍ້​ລົດ​ເປັນ­ຕົ້ນ ໂຕ​ໂຢ​ຕາ ນິດ​ສັນ ອີ​ຊູ​ຊຸ ຟອດ ມັສ​ດ້າ ເກຍ ຮຸນ​ໄດ ແລະ ອື່ນໆ ລວມ​ທັງ​ຮ້ານ​ຕົບ­ແຕ່ງ​ລົດ ບໍ­ລິ­ສັດ​ປະ­ກັນ​ໄພ ແລະ ສິນ​ເຊື່ອ ເພື່ອ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ດ້ານ​ເສດ­ຖະ­ກິດ ແລະ ການ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ປະ­ເທດ ສ້າງ​ເງື່ອນ­ໄຂ​ໃຫ້​ກຸ່ມ​ບໍ­ລິ­ສັດ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ມີ​ໂອ­ກາດ​ນຳ​ສະ­ເໜີ​ສິນ­ຄ້າ ແລະ ການ​ບໍ­ລິ­ການ​ຂອງ​ຕົນ ເພື່ອ​ສ້າງ​ການ​ຕະ­ຫຼາດ ການ​ເພີ່ມ​ຊ່ອງ​ທາງ​ດ້ານ​ການ­ຈຳ­ໜ່າຍ​ສິນ­ຄ້າ ແລະ ຖານ​ລູກ​ຄ້າ​ໃໝ່ ເປີດ​ກວ້າງ​ໃນ​ການ​ເຮັດ​ທຸ­ລະ​ກິດ​ຮ່ວມ​ກັນ​ຂອງ​ພາກ​ເອ­ກະ​ຊົນ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໃຫ້​ຫຼາຍ​ຂຶ້ນ.

ພາຍ​ໃນ​ງານ​ໄດ້​ຈັດ​ໃຫ້​ມີ​ຫຼາຍ​ກິດ­ຈະ­ກຳ ເຊັ່ນ ຈະ​ໄດ້​ບັດ​ຊີງ​ໂຊກ​ລຸ້ນ​ຮັບ​ຂອງ​ລາ­ງວັນ ສາຍ​ຄໍ​ຄຳ ໂທລະ­ສັບ​ມື​ຖື ຫົວ​ເຫວີຍ P20 Samsung Galaxy Note 9 ແລະ ລາ­ງວັນ​ອື່ນໆ.

Cr.KPL
ຮູບ​ປະ​ກອບ: https://i2.wp.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...