ພາກລັດ ແລະ ນັກທຸລະກິດ ຫາລືການແກ້ໄຂຕໍ່ບັນຫາໃນພາກທຸລະກິດ

ການນໍາພັກ-ລັດ, ນັກຊ່ຽວຊານ, ນັກຄົ້ນຄວ້າທາງດ້ານເສດຖະກິດ, ນັກທຸລະກິດ ແລະ ຜູ້ປະກອບການ ຈາກທຸກຂະແໜງ ເສດຖະກິດ 150 ກວ່າທ່ານ ໄດ້ພົບປະກັນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ລະດົມຄວາມຄິດເຫັນ ຊອກທາງ​ອອກ​ການ​ແກ້​ໄຂ ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ທຸລະ​ກິດ​ຂອງ​ປະ​ເທດ.ຫົວຂໍ້ໃນກອງປະຊຸມແມ່ນ “ພາກທຸລະກິດ, ບັນຫາໃນປັດຈຸບັນ ແລະ ທາງອອກໃນຕໍ່ໜ້າ” ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູງການພັກ, ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ.

ຈຸດປະສົງ​ເພື່ອລະດົມຄວາມຄິດເຫັນ ຂອງບັນດານັກທຸລະກິດ ແລະ ຜູ້ປະກອບການອັນດັບຕົ້ນໆ ຂອງປະເທດ ຕໍ່ສະພາບການໃນການແກ້ໄຂບັນຫາຕ່າງໆ ໃນການດຳເນີນທຸລະກິດຢູ່ພາຍໃນປະເທດ ໃຫ້ສາມາດດຳເນີນທຸລະກິດ ໄດ້ຢ່າງຄ່ອງຕົວ ແລະ ມີຄວາມຍືນຍົງ, ສາມາດແຂ່ງຂັນກັບສາກົນໄດ້.

ທ່ານ ບຸນຍັງ ກ່າວວ່າ: ໃນຫລາຍປີຜ່ານມາເຖິງປັດຈຸບັນ, ເສດຖະກິດຂອງປະເທດເຮົາ ໂດຍສະເພາະ ແມ່ນເສດຖະກິດ ມະຫາພາກ ພົບກັບຄວາມຫຍຸ້ງຍາກ ທີ່ໜັກໜ່ວງສົມຄວນ.ປັດຈຸບັນ ແມ່ນບັນຫາການຂາດດຸນ ງົບປະມານໜີ້ສິນຂອງລັດ ຕໍ່ພາຍໃນ ແລະ ຕ່າງປະເທດ (ໜີ້ສິນສາທາລະນະ), ການຂາດສະພາບຄ່ອງ ໃນລະບົບທະນາຄານຂອງລັດ ເກີດຈາກຄວາມອ່ອນແອໃນວຽກງານແຜນການ ແລະ ການເງິນ ກໍຄື ຄວາມອ່ອນແອ ໃນພາກການຜະລິດຂອງປະເທດເຮົາ. 

ສະເໜີໃຫ້ບັນດາ ຜູ້ເຂົ້າຮ່ວມກອງປະຊຸມ ຄົ້ນຄວ້າ ປະກອບຄວາມເຫັນ ໂດຍສຸມໃສ່ລົງເລິກ 5 ປະເດັນ ຄື: ບັນຫາຫຍັງແດ່ທີ່ພາກທຸລະກິດ ກໍຄື ຂົງເຂດທຸລະກິດ ຂອງຕົນກຳລັງ ປະເຊີນຢູ່, ຈຸດເລັ່ງໃນການຂະຫຍາຍ ກິດຈະການຂອງຕົນ (ສ້າງຜະລິດຕະພັນອອກສູ່ຕະຫລາດ) ໃນຕໍ່ໜ້າອັນຫລັກໆແມ່ນອັນໃດ, ສິ່ງທີ່ພາກທຸລະກິດ ແລະ ຂົງເຂດຂອງຕົນເອງ ຕ້ອງປັບປຸງແກ້ໄຂ ເພື່ອສ້າງປັດໄຈຄ້ຳປະກັນ ແກ່ການແຂ່ງຂັນ ຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດມີຫຍັງແດ່, ຕ້ອງມີ ການກຳນົດນະໂຍບາຍສົ່ງເສີມ ແລະ ສ້າງ ຫລື ປັບປຸງບັນດານິຕິກຳຕົ້ນຕໍຫຍັງແດ່ ​ເພື່ອ​ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ອັນ​ຈຳ​ເປັນ ​ໃຫ້​​ແກ່​ພາກ​ທຸລະ​ກິດ​ແກ້​ໄຂ ​ຄວາມ​ຫຍຸ້ງຍາກ; ແລະ ສິ່ງທີ່ເປັນອຸປະສັກກົດໜ່ວງ, ຖ່ວງດຶງຕົ້ນຕໍໃນການສ້າງທຸລະກິໃໝ່, ການດຳເນີນທຸລະກິດ ຢູ່ລາວປັດຈຸບັນ ທີ່ເກີດຈາກບັນດາ ອົງການພາກລັດ ເຊິ່ງຕ້ອງໄດ້ແກ້ໄຂມີຫຍັງແດ່.

Cr.KPL


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...