Sunday, July 19, 2026
Kbank Laos โอน รับ จ่าย
-->

ເມືອງ​ສີ​ສັດ​ຕະ​ນາກ ຈະ​ຈັດ​ງານ​ຊ່ວງ​ເຮືອ 12 ສີ​ພາຍ ໃນ​ວັນອາ​ທິດ​ນີ້

ຫ້ອງ­ການ​ຖະ​ແຫຼ່ງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ກຽມ​ຈັດ­ການ​ແຂ່ງ­ຂັນ​ຊ່ວງ​ເຮືອ 12 ສີ­ພາຍ ຫຼື ກີ­ລາ​ຊ່ວງ​ເຮືອ​ປະ­ຈຳ​ປີ 2018 ຂຶ້ນ​ຢູ່​ບ້ານ​ຈອມ​ແຈ້ງ ວັນ​ທີ 14 ຕຸ­ລາ 2018 ເຊິ່ງ​ຄາດ​ວ່າ​ປີ​ນີ້ ຈະ​ມີ​ເຮືອ​ຊ່ວງ​ອ້ອມ​ຂ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ 20 ກວ່າ​ລຳ.

ເພື່ອ​ເປັນ​ການ​ຮັກ­ສາ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ ທີ່​ມາ​ແຕ່​ດົນ​ນານ​ໃຫ້​ຄຽງ​ຄູ່​ກັບ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າຕະ­ຫຼອດ​ໄປ ການ​ຈັດ​ງານ​ແຂ່ງ­ຂັນ​ຊ່ວງ​ເຮືອ​ຄັ້ງ​ນີ້ ຈະ​ມີ​ການ​ຄົບ­ງັນ​ຕາມ​ປະ­ເພ­ນີ ພ້ອມ​ທັງ​ຂາຍ​ສິນ­ຄ້າ ຜະ­ລິດ​ຕະ​ພັນ​ຕ່າງໆ​ຢ່າງ​ຫຼວງ­ຫຼາຍ ສຳ­ລັບ​ໄລ­ຍະ​ການ​ແຂ່ງ­ຂັນ​ຈະ​ປ່ອຍ​ເຮືອ​ແຕ່​ບ້ານ​ວັດ​ສົບ-ບ້ານ​ຈອມ​ແຈ້ງ ຍາວ 800 ແມັດ

ລາ­ງວັນ​ຊະ­ນະ​ເລີດ ຈະ​ໄດ້​ຮັບ​ຂັນ 1 ໜ່ວຍ ແລະ ເງິນ​ລາ­ງວັນ 4 ລ້ານ​ກີບ 
ຮອງ​ຊະ­ນະ​ເລີດ ໄດ້​ຮັບ​ຂັນ 1 ໜ່ວຍ ເງິນ​ລາ­ງວັນ 2 ລ້ານ​ກີບ
ທີ 3 ໄດ້​ຮັບ​ຂັນ 1 ໜ່ວຍ ແລະ ເງິນ​ລາ­ງວັນ 1,5 ລ້ານ​ກີບ

ນອກ​ນີ້​ຍັງ​ມີ​ລາ­ງວັນ​ອື່ນໆ​ອີກ ໂດຍ​ພາກ­ສ່ວນ​ໃດ​ມີ​ຄວາມ​ສົນ­ໃຈ​ຢາກ​ເຂົ້າ​ຮ່ວມ ສາ­ມາດ​ສະ­ໝັກ​ໄດ້​ບໍ່​ໃຫ້​ກາຍ​ວັນ​ທີ 11 ຕຸ­ລາ 2018 ເວ­ລາ 9:00 ໂມງ ຢູ່​ວັດ​ຈອມ​ແຈ້ງ ຄ່າ​ສະ­ໝັກ 100.000 ກີບ​ຕໍ່​ລຳ.

Cr.KPL
ພາບ​ປະ​ກອບ: i.ytimg.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.