Friday, July 11, 2025
Kbank Laos โอน รับ จ่าย

ມາ​ຮູ້​ຈັກ! ຕະ​ກູນພະ​ຍາ​​ນາກ ຕາມຄວາມ​ເຊື່ອ​ສອງ​ຝັ່ງ​ຂອງ ສອງ​ຊາດ​ລາວ-ໄທ ???????

ຊ່ວງນີ້​ກໍ​ໃກ້​ບຸນ​ຊ່ວງ​ເຮືອ​ປະ​ເພ​ນີ​ທີ່​ທ່າ​ວັດ​ຈັນ​ແລ້ວ ເຊິ່ງ​ມີ​ປະ​ເພ​ນີ​ການ​ໄຫຼ​ເຮືອ​ໄຟ ເພື່ອ​ບູ​ຊາ​ພະ​ແມ່​ຄົງ​ຄາ ແລະ​ພະ​ຍາ​ນາກ ຕາມ​ຄວາມ​ເຊື່ອ​ຂອງ​ປະ​ຊາ​ຊົນ​ສອງ​ຝັ່ງ​ຂອງ ພີ່​ນ້ອງ​ລາວ​ໄທ.

ມື້ນີ້, ແອ໋ດ​ພາ​ມາ​ຮູ້​ຈັກ ຕະ​ກູນ​ຂອງ​ພະ​ຍາ​ນາກ ຕາມ​ຄວາມ​ເຊື່ອ​ທີ່​ມີ​ມາ​ແຕ່​ດົນ​ນານ ເຊິ່ງ​ເປັນ​ສັດ​ໃນ​ຕຳ​ນານ​ທີ່​ຖືກ​ກ່າວ​ຂານ​ມາ​ທຸກ​ຍຸກ​ສະ​ໄໝ.

ໂດຍ​ພື້ນ​ຖານ​ແລ້ວ, ພະ​ຍາ​ນາກນັ້ນ ມີ​ລັກ​ສະ​ນະ​ຕົວ​ຕົນ​ເປັນ​ງູ​ໂຕ​ໃຫຍ່ ມີ​ຫອນ​ສີ​ເຫຼືອງ, ຕາ​ສີ​ແດງ ມີ​ເກັດ​ຄື​ປາ ມີ​ຫຼາກ​ຫຼາຍ​ສີ​ແຕກ​ຕ່າງ​ກັນ​ໄປ ຕາມ​ບຸນ​ບາ​ລະ​ມີ​ທີ່​ຕິດ​ໂຕ​ມາ ບາງ​ໂຕມ​ີ​ສີ​ດຽວ ຫຼື​ຫຼາຍໆ​ສີ ອາດ​ຈ​ະ​ມີສຽນ 3 ສຽນ, 
5 ສຽນ, 7 ສຽນ ແລະ 9 ສຽນ.
– ທາງ​ຝັ່ງ​ລາວ​ເຮົາ: ມີ​ກະ​ສັດ​​ພະ​ຍາ​ນາກ ຊື່ພະ​ຍາ​ສີ​ສັດ​ຕະ​ນາ​ຄະ​ລາດ ມີ​ສຽນ 7 ສຽນ.
– ທາງ​ຝັ່ງ​ໄທ:ມີ​ກະ​ສັດ​​ພະ​ຍາ​ນາກ ຊື່ ພະ​ຍາ​ສີ​ສຸດ​ໂທ​ນາ​ຄະ​ລາດ ມີ​ສຽນ 1 ສຽນ

ພະ​ຍາ​ນາກ ແບ່ງ​ອອກ​ເປັນ 4 ຕະ​ກູນ​ໃຫຍ່​ຄື:
1. ພະ​ຍາ​ນາກຕະ​ກູນ​ສີ​ທອງ (​ຕະ​ກູນວິ​ລູ​ປັກ)
2. ພະ​ຍາ​ນາກຕະ​ກູນ​ສີຂຽວ (​ຕະ​ກູນ​ເອ​ລາ​ປະ​ຖະ)
3. ພະ​ຍາ​ນາກຕະ​ກູນ​ສີ​​ຮຸ້ງ (​ຕະ​ກູນ​ສັບ​ພະ​ຍາ​ປຸດ​ຕະ)
4. ພະ​ຍາ​ນາກຕະ​ກູນ​ສີ​​ດຳ (​​ຕະ​ກູນກັນ​ຫາ​ໂຄ​ຕະ​ມະ)

*ສຽນ ແປ​ວ່າ ຫົວ
ຮູບ​ປະ​ກອບ: Dmc
#Insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.