ໄຫວັດຖຸບູຮານ 5 ໜ່ວຍ ຍັງລໍຖ້າກົມມໍລະດົກວິທະຍາ ມາພິສູດ

ທ່ານ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງສະົຫວັນນະເຂດ ພ້ອມດ້ວຍເຈົ້າຄອງນະຄອນໄກສອນ ແລະພາກສ່ວນກ່ຽວຂ້ອງ ໄດ້ລົງເບິ່ງວັດຖຸບູຮານເກົ່າແກ່ ທີ່ພົບຢູ່ບໍລິເວນກຳແພງແກ້ວດ້ານຕາເວັນອອກຂອງອົງພຣະທາດອີງຮັງ. ພາຍຫຼັງການພົບວັດຖຸບູຮານເກົ່າແກ່ 2 ຄັ້ງຄື: ຄັ້ງວັນທີ 27 ກັນຍາ ແລະຄັ້ງທີ 2 ໃນວັນ 11 ຕຸລາຜ່ານມາ

ວັດຖຸບູຮານທີ່ພົບນີ້ ປະກອບມີໄຫທັງໝົດ 7 ໜ່ວຍ ໃນນັ້ນ ແຕກໄປແລ້ວໃນເວລາຄົ້ນພົບ 2 ໜ່ວຍ ແລະໄດ້ຂຶ້ນທະບຽນໄປຈໍານວນຫຼາຍລາຍການເຊັ່ນ: ເງິນດາບ 6 ອັນ, ກະດິ່ງ 2 ໜ່ວຍ, ໂຖທອງ 3 ອັນ, ໄຫດິນ 8 ໜ່ວຍ, ພະພຸດທະຮູບຄ້າຍຄືຄໍາ ຂະໜາດນ້ອຍ 5 ອົງ, ພະພຸດທະຮູບສ້າງດ້ວຍໄມ້ 6 ອົງ, ພະພຸດທະຮູບທີ່ເຮັດດ້ວຍທອງສໍາລິດ 20 ອົງ, ເສດກະສັດ 3 ອັນ, ຜັງຮາດທອງສໍາລິດ 1 ໜ່ວຍ, ແຊັ່ງທອງສໍາລິດ 6 ໜ່ວຍ, ຄ້ອງນ້ອຍທອງສໍາລິດ 1 ໜ່ວຍ, ເຝື້ອງທີ່ແຕກບໍ່ນັບຈໍານວນ, ເສດຊິ້ນຂອງຜັງຮາດທອງສໍາລິດ ແລະຊິ້ນສ່ວນຄ້ອງນ້ອຍ 4 ອັນ.

ສຳຫຼັບໄຫຈໍານວນ 5 ໜ່ວຍ ທີ່ບໍ່ແຕກ ທ່ານ ຄໍາເຜີຍ ກ່າວວ່າ ຈະບໍ່ມີການເປີດເທື່ອ ຕ້ອງລໍຖ້າກົມມໍລະດົກວິທະຍາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ມາພິສູດກ່ອນວ່າໄຫບູຮານດັ່ງກ່າວສ້າງຂຶ້ນໃນສະໄໝໃດ ຍ້ອນໄຫດັ່ງກ່າວມີຮູບລັກສະນະບໍ່ຄືກັນ.

#InsideLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...