ກົມມາດຕະຖານ ແລະວັດແທກ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມສ້າງຫ້ອງກວດສອບຄຸນນະພາບແຮ່ທາດ ວັດຖຸມີຄ່າ ແລະອັນຍະມະນີ ໃນ ສປປ ລາວ ຂຶ້ນໃນຕອນຄໍ່າມື້​ວານນີ້ ຢູ່ທີ່ໂຮງແຮມ ດອນຈັນພາເລດ ລະຫວ່າງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະວັດແທກ, ທ່ານບຸນໂຮມ ພານຸວົງ ຫົວໜ້າສູນຢັ້ງຢືນມາດຕະຖານ ແລະກວດກາຄຸນນະພາບແຫ່ງຊາດ ແລະ ທ່ານ ຄໍາຜາຍ ສີລາຊາ ປະທານບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງຈໍາກັດ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ.

ຈຸດປະສົງ ໃນການຮ່ວມສ້າງຫ້ອງກວດສອບຄຸນນະພາບແຮ່ທາດ ວັດຖຸມີຄ່າ ແລະອັນຍະມະນີ ຢູ່ ສປປ ລາວ ຄັ້ງນີ້ ກໍ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນການຮັບປະກັນຄຸນນະພາບຂອງຜະລິດຕະພັນ, ຮັບປະກັນຄວາມປອດໄພຂອງປະຊາຊົນ ທັງເປັນການເອື້ອອໍານວຍ ຄວາມສະດວກໃຫ້ແກ່ພາກລັດ ແລະເອກະຊົນ ໃຫ້ຮັບປະກັນຄຸນນະພາບ ແລະຖືກຕ້ອງຕາມມາດຕະຖານແຫ່ງຊາດ ແລະມາດຕະຖານສາກົນ.

ໂຄງການດັ່ງກ່າວ ຍັງຈະຊ່ວຍກໍ່ສ້າງພະນັກງານບຸກຄະລາກອນ ດ້ານກວດກາຄຸນນະພາບ ໃຫ້ມີຄວາມສາມາດ ແລະເປັນທີ່ຍອມຮັບ ທັງສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນໄດ້ ໃນວຽກງານກວດກາ ແລະຢັ້ງຢືນຄຸນນະພາບແຮ່ທາດ. ທັງນີ້ ກໍເພື່ອປະກອບສ່ວນ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງ ສປປ ລາວ ໃຫ້ປະກົດຜົນເປັນຈິງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້